ແດນຽວ ພະເອກເຈມບອນ ທີ່ໄດ້ຮັບບາດເຈັບຫຼາຍທີ່ສຸດ

  ຄວາມໝັ້ນໃຈເປັນປັດໄຈສຳຄັນທີ່ນໍາໄປສູ່ຄວາມສຳເລັດແຕ່ຫຼາຍຄັ້ງທີ່ມີຄວາມສຳເລັດກັບບໍ່ໄດ້ມາຈາກຄວາມໝັ້ນໃຈແມ່ນແຕ່ໜ້ອຍດຽວຄວາມສຳເລັດໃນຖານະພະເອກເຈມບອນຂອງແດນຽວ ເຄຣກ ພະເອກຄົນອັງກິດອາຍຸ 53 ປີ ຊຶ່ງຮັບບົດສາຍລັບເຈມບອນມາແລ້ວ 5 ພາກ ໃນເວລາ 15 ປີ ແລະເລື່ອງໂນໄທທູດາຍຄືຄັ້ງສຸດ ທ້າຍແລ້ວທີ່ລາວຈະຮັບບົດນີ້.

  ແດນຽວກ່າວເຖິງບົດບາດເຈມບອນ ຊຶ່ງນັບເປັນບົດບາດລະດັບຕໍານານໃນໂລກຮູບເງົາວ່າ ຖ້າຂ້ອຍຮູ້ຫຼາຍກວ່ານີ້ຂ້ອຍອາດເຮັດບໍ່ໄດ້ເມື່ອມາຄິດຄືນການມີຂໍ້ມູນໜ້ອຍກັບດີກວ່ານອກເໜືອຈາກນັ້ນບໍ່ວ່າຈະເປັນຄວາມຍິ່ງໃຫຍ່ຂອງມັນຂ້ອຍບໍ່ຮູ້ເລີຍ ແລະບໍ່ເຂົ້າໃຈເລີຍເຖິງຕອນນີ້ກໍ່ຄິດວ່າຂ້ອຍກໍ່ຍັງບໍ່ເຂົ້າໃຈຢູ່ດີ, ຊຶ່ງ 15 ປີທີ່ຜ່ານມາແດນຽວຮັບບົດເຈມບອນກ່າວວ່າ: ມັນສ່ຽງ ແລະອັນຕະລາຍເກີນໄປ ແລະໂທລະສັບກັບບ້ານແລ້ວຂ້ອຍກໍ່ເວົ້າວ່າຂ້ອຍໄດ້ຮັບບາດເຈັບ, ຂ້ອຍນອນຢູ່ ໂຮງໝໍມັນບໍ່ແມ່ນເລື່ອງທີ່ດີ ແລະມັນເກີດຂຶ້ນຕະຫຼອດໃນໄລຍະປີທີ່ຜ່ານມາ.  

----

ໜັງສືພິມ ເສດຖະກິດ-ສັງຄົມ