ມາລະຍາດໃນການສົ່ງອີເມລຂໍສະໝັກເຮັດວຽກ

   ທຸກວັນນີ້ ການໃຊ້ຊີວິດປະຈຳວັນຫຼາຍໆຢ່າງຂອງເຮົາລ້ວນຕ້ອງເຊື່ອມໂຍງກັບໂລກອອນລາຍເກືອບທັງໝົດບໍ່ວ່າຈະດ້ວຍຄວາມທັນສະໃໝຂອງເທກໂນໂລຊີ ຫຼື ຍ້ອນໂລກລະບາດທີ່ເຮັດໃຫ້ເຮົາຕ້ອງຢູ່ກັບເຮືອນເມື່ອຕ້ອງຕິດຕໍ່ຫຍັງກັບໃຜກໍຕ້ອງມີຊ່ອງທາງອື່ນທີ່ຫຼີກລ່ຽງການພົບປະພໍ້ໜ້າໃນການຕິດຕໍ່ບໍ່ເວັ້ນແຕ່ການສະໝັກວຽກກໍ່ຈຳເປັນຕ້ອງຫັນມາເພິ່ງຊ່ອງທາງອອນລາຍຫຼາຍຂຶ້ນເໝືອນກັນ

   ລັກສະນະການສະໝັກວຽກທາງອີເມລນັ້ນມີມາດົນແລ້ວສ່ວນໃຫຍ່ສາມາດເຮັດໄດ້ງ່າຍໆດ້ວຍການສະໝັກຜ່ານເວັບໄຊສະໝັກວຽກທີ່ພຽງກອກຂໍ້ມູນລະບົບກໍ່ ສາມາດນຳໄປເຮັດເປັນປະວັດ ຫຼື ນຳຂໍ້ມູນໄປເຮັດເປັນຈົດໝາຍຂໍສະໝັກວຽກໄດ້ທັນທີແຕ່ກໍບໍ່ແມ່ນທຸກບໍລິສັດທີ່ໃຊ້ບໍລິການເວັບໄຊສະໝັກວຽກບາງບໍລິສັດປະກາດຮັບ ສະໝັກວຽກທາງຊ່ອງທາງອື່ນ ແລ້ວໃຫ້ເຮົາຂຽນອີເມລເຂົ້າໄປຂໍສະໝັກວຽກກັບທາງບໍລິສັດໂດຍ ກົງ.

   ຢ່າງໃດກໍ່ດີການຂຽນອີເມລສະໝັກວຽກກໍ່ຕ້ອງຄຳນຶງເຖິງຈຸດປະສົງໃນການຂຽນເປັນສຳຄັນວ່າເຮົາຂຽນເພື່ອ “ຂໍວຽກເຮັດ” ຈຶ່ງຕ້ອງມີມາລະຍາດທີ່ຫາກໍ່ປະຕິບັດມີຄວາມເປັນທາງການ ຊຶ່ງຈະສົ່ງຜົນຕໍ່ຄວາມນ່າເຊື່ອຖືຕົວຕົນ ແລະຄວາມພ້ອມທີ່ຈະເຮັດວຽກຂອງຕົນເອງດ້ວຍ Tonkit360 ຈຶ່ງມີຄຳແນະນຳກ່ຽວກັບມາລະຍາດທີ່ຄວນຄຳນຶງເຖິງເມື່ອຕ້ອງຂຽນອີເມລສະໝັກວຽກວ່າແມ່ນຫຍັງຄວນເຮັດ ແລະບໍ່ຄວນເຮັດເພາະຈະມີຂໍ້ຜິດພາດທີ່ທາງອົງກອນມອງວ່າເຮົາບໍ່ຮັກສາມາລະຍາດກ່ໍເປັນໄດ້.

----

ໜັງສືພິມ ເສດຖະກິດ-ສັງຄົມ