ໄຟຟ້າລາວສາຂາຫຼວງພະບາງ ປະກອບສ່ວນຕ້ານໂຄວິດ

ຂ່າວ: ລິດທະຈັກ

   ລັດວິສາຫະກິດໄຟຟ້າລາວສາຂາ ແຂວງຫຼວງພະບາງ ໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນຊ່ວຍເຫຼືອວຽກງານຕ້ານການລະບາດຂອງພະຍາດໂຄວິດ-19 ທີ່ພວມລະບາດຢູ່ພາຍໃນແຂວງຫຼວງພະບາງໃນປະຈຸບັນຊຶ່ງໄດ້ສ້ອມແປງ ແລະຕິດຕັ້ງໄຟຟ້າເພື່ອອໍານວຍຄວາມສະດວກຢູ່ສູນກັກກັນບ້ານຫາດຫ່ຽນ (ຫໍຄອຍເກົ່າ) ແລະບ້ານນາຊ່າງເຫວີຍ (ສະໜາມກີລາໃນຮົ່ມ) ຄິດເປັນມູນຄ່າ 20 ລ້ານກີບ.

   ທ່ານ ບຸນທັນ ພັນໂດລັກ ຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາ ແຂວງຫຼວງພະບາງ ໄດ້ມີຄໍາເຫັນຕໍ່ພິທີມອບເງິນອຸປະຖໍາຄະນະສະເພາະກິດແຂວງຫຼວງພະບາງ ໃນວັນທີ 5 ຕຸລາ 2021 ນີ້ວ່າຫຼັງຈາກທີ່ໄດ້ຮັບໃບສະເໜີຂອງຄະນະສະເພາະກິດເພື່ອແກ້ໄຂການລະບາດຂອງພະຍາດໂຄວິດ-19 ທີ່ທາງຄະນະສະເພາະກິດໄດ້ຂະ ຫຍາຍສູນກັກກັນຮອງຮັບແຮງງານທີ່ຄືນທ້ອງຖິ່ນໂດຍໄດ້ກໍານົດເອົາຫໍຄອຍຫຼັງເກົ່າ ແລະ ສະໜາມກີລາໃນຮົ່ມທາງຄະນະໄຟຟ້າລາວສາຂາຫຼວງພະບາງໄດ້ຕົກລົງເຫັນດີປະກອບສ່ວນລະດົມແຮງງານ ແລະຈັດອຸປະກອນເຂົ້າໃນການສ້ອມແປງ ແລະຕິດຕັ້ງໄຟຟ້າເຂົ້າສູນກັກກັນແຮງງານລາວທີ່ ເດີນທາງມາຈາກຕ່າງແຂວງ ແລະຈາກປະເທດເພື່ອນບ້ານ. ໄດ້ສໍາເລັດເປັນທີ່ຮຽບຮ້ອຍ, ສ່ວນທາງຄະນະສະເພາະກິດແມ່ນໄດ້ສະໜອງທາງດ້ານອຸປະກອນ, ລວມມູນຄ່າໃນການໃຊ້ງົບປະມານຂອງ   ຟຟລ ທັງ 2 ສະຖານທີ່ແມ່ນຕົກຢູ່ 20 ລ້ານກີບ  ແລະທາງໄຟຟ້າລາວໄດ້ມອບເງິນສົດຈໍານວນ 5 ລ້ານ ກີບສົມທົບຕື່ມອີກລວມທັງໝົດ ແມ່ນ 25 ລ້ານກີບ.

  ເປັນກຽດກ່າວມອບແມ່ນທ່ານ ບຸນທັນ ພັນໂດລັກ ຫົວໜ້າລັດວິ ສາຫະກິດໄຟຟ້າລາວ  ສາຂາແຂວງຫຼວງພະບາງ, ກ່າວຮັບໂດຍທ່ານ ດຣ ຄໍາສອນ ພົງສະຫວັດດີ ຮອງຫົວໜ້າຄະນະສະເພາະກິດເພື່ອແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ, ຫົວໜ້າພະແນກສາທາລະນະສຸກແຂວງພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ, ໂອກາດດັ່ງກ່າວທ່ານຮອງຫົວໜ້າຄະນະສະເພາະກິດກໍ່ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງລັດວິສາຫະກິດໄຟຟ້າລາວສາຂາຫຼວງພະບາງທີ່ໄດ້ປະກອບສ່ວນດ້ານແຮງງານ ແລະວັດຖຸປັດໃຈເຂົ້າໃນການຕ້ານ ແລະສະກັດກັ້ນໂຄວິດ-19 ແລະພ້ອມທີ່ຈະນໍາເອົາປັດໃຈດັ່ງກ່າວນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ.