ໜີ້ສິນທົ່ວໂລກອາດເພີ່ມຂຶ້ນເຖິງ 260%

  ໜີ້ສິນທົ່ວໂລກອາດເພີ່ມຂຶ້ນສູງເຖິງ 300 ພັນຕື້ໂດລາສະຫະລັດ ຫຼື ຈຸລະດັບ 260% ຂອງຈີດີພີ ໂລກພາຍໃນທ້າຍປີ 2021 ນີ້.

  ຕາມຂ່າວຕ່າງປະເທດລາຍງານວ່າ: ບໍລິສັດເອສແອນພີ ໂກລບອນ ເຣດຕິ້ງ ສະຖາບັນຈັດອັນດັບຄວາມໜ້າເຊື່ອຖືຂອງໂລກລະບຸວ່າໜີ້ ສິນທົ່ວໂລກອາດເພີ່ມຂຶ້ນສູງເຖິງ 300 ພັນຕື້ໂດລາສະຫະລັດ ຫຼື ຢູ່ທີ່ 260% ຂອງຈີດີພີໂລກພາຍໃນທ້າຍປີນີ້, ຢ່າງໃດກໍ່ຕາມເຖິງແມ່ນວ່າ ຈຳນວນໜີ້ຈະເພີ່ມຂຶ້ນຫຼັງຈາກວິກິດການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະເຮັດໃຫ້ລັດຖະບານຂອງແຕ່ລະປະເທດຕ້ອງກູ້ເງິນມະຫາສານເພື່ອຟື້ນຟູເສດຖະກິດຢ່າງໃດກໍ່ຕາມການທີ່ທະນາຄານກາງທົ່ວໂລກກຳນົດອັດຕາດອກເບ້ຍຕໍ່າເປັນປະຫວັດສາດກໍ່ສາມາດຫຼຸດຄວາມກັງວົນສຳລັບການຊໍາລະໜີ້ໄດ້.

  ຂະນະດຽວກັນ ທ່ານ ບຣູ ກອດເປີ ຮອງປະທານທະນາຄານພັດທະນາອາຊີ (ເອດີບີ) ກ່າວວ່າ ເລີ່ມມີການຟື້ນຕົວຂອງເສດຖະກິດໃນແຖບອາຊີຂະນະທີ່ການຄ້າເລີ່ມຟື້ນຕົວຫຼາຍຂຶ້ນ.

----

ໜັງສືພິມ ເສດຖະກິດ-ສັງຄົມ