ຊາວນາເມືອງອາດສະພອນ ເລີ່ມເກັບກ່ຽວເຂົ້ານາປີ

   ຕາມການລາຍງານຂອງ ທ່ານ ຄຳວິໄລ ສຸລິຍະມາດ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ ເມືອງອາດສະພອນ ແຂວງສະຫວັນນະເຂດ ໃນວັນທີ 6 ຕຸລາ 2021 ນີ້ວ່າ: ປະຊາຊົນບ້ານຕ່າງໆໃນທົ່ວເມືອງໄດ້ເລີ່ມລົງມືເກັບກ່ຽວເຂົ້ານາປີມາແຕ່ທ້າຍເດືອນກັນຍາ ເປັນຕົ້ນມາ, ຮອດປະຈຸບັນສາມາດເກັບກ່ຽວເຂົ້ານາປີ ໄດ້ແລ້ວ 1.855 ເຮັກຕາ, ເທົ່າກັບ 9,83% ຂອງເນື້ອທີ່ປູກເຂົ້ານາປີທັງໝົດ 18.300 ເຮັກຕາ.


ສ່ວນການເກັບກູ້ພືດລະດູຝົນມາຮອດປະຈຸບັນ ປະຕິບັດໄດ້ 1.452 ກ່ວາເຮັກຕາໃນເນື້ອທີ່ທັງໝົດ 2.640 ເຮັກຕາ, ເທົ່າກັບ 55,01% ຂອງເນື້ອທີ, ຊຶ່ງພືດທີ່ປູກປະກອບມີ: ສາລີ, ໝາກເຜັດ, ໝາກເລັ່ນ, ໝາກແຕງ, ໝາກບວບ, ຜັກຊະນິດຕ່າງໆ,ໝາກໂມ,ໝາກເຂືອ, ເຜືອກ-ມັນ, ຖົ່ວດິນ, ໝາກນັດ, ໝາກຫຸງ, ໝາກກ້ວຍ, ໝາກນາວເຮັກຕາ ແລະໄມ້ໃຫ້ໝາກຈຳນວນໜຶ່ງ.


 ທ່ານ ຄຳວິໄລ ສຸລິຍະມາດ ໄດ້ໃຫ້ຮູ້ອີກວ່າ: ໄລຍະຜ່ານມາ, ຫ້ອງການກະສິກຳ-ປ່າໄມ້ເມືອງ ກໍໄດ້ນຳວິຊາການລົງຕິດຕາມຢ່າງໃກ້ສິດ, ພ້ອມທັງແນະນຳວິທີບົວລະບັດຮັກສາຊ່ວຍພໍ່ແມ່ປະຊາຊົນ ແລະ ຊຸກຍູ້ໃຫ້ເກັບກ່ຽວເຂົ້ານາປີ, ພືດຜັກຕ່າງໆໃຫ້ທັນຕາມລະດູການ ແລະ ໄດ້ຮັບຜົນຜະລິດເຕັມເມັດເຕັມໜ່ວຍເພື່ອຄໍ້າປະກັນສະບຽງອາຫານຂອງພໍ່ແມ່ປະຊາຊົນໃຫ້ກຸ້ມກິນ, ມີສ່ວນແຮໄວ້ ແລະຂາຍເປັນສິນຄ້າຕື່ມອີກ.
ຂ່າວ: ຖວທ ເມືອງອາດສະພອນ