ຄືບໜ້າ 85% ໂຄງການບ້ານຈັດສັນກີ່ວງີ້ວ

  ໂຄງການຍົກຍ້າຍ ແລະຈັດສັນບ້ານກີ່ວງີ້ວ ເມືອງເງິນ ແຂວງໄຊຍະບູລີ ເປັນໂຄງການທີ່ຖືກເຕົາໄຟຟ້າຫົງສາ, ລວມທັງໝົດມີ 7 ໂຄງການ ໂດຍແຕ່ລະໜ້າວຽກມີຄວາມຄືບໜ້າສະເລ່ຍໄດ້ແລ້ວ 85%.

  ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມຄະນະໄດ້ລົງຕິດຕາມ ແລະຊຸກຍູ້ບັນດາໂຄງການຍົກຍ້າຍ ແລະຈັດສັນບ້ານກີ່ວງີ້ວ ເມືອງເງິນ ແຂວງໄຊຍະບູລີໃນວັນທີ 30 ກັນຍາຜ່ານມາ, ໃຫ້ການຕ້ອນຮັບມີທ່ານ ທະວີສັກ ໄຊຍະວົງວ່າການເຈົ້າເມືອງ, ມີການນໍາທຸກພາກສ່ວນ ຂອງເມືອງ, ມີເຈົ້າຂອງໂຄງການໃຫ້ການຕ້ອນຮັບ.

  ໂຄງການຍົກຍ້າຍ ແລະຈັດສັນບ້ານກີ່ວງີ້ວ ເມືອງເງິນ ແຂວງໄຊຍະບູລີເປັນໂຄງການທີ່ໄດ້ຮັບຜົນກະທົບຈາກເຕົາໄຟຟ້າຫົງສາ, ລວມທັງໝົດມີ 7 ໂຄງການຄື: ໂຄງການກໍ່ສ້າງບ້ານສັດສັນ, ກໍ່ສ້າງໂຮງຮຽນປະຖົມ, ກໍ່ສ້າງໂຮງຮຽນອະນຸບານ, ກໍ່ສ້າງຫໍປະຊຸມບ້ານ, ກໍ່ສ້າງທາງພາຍໃນບ້ານ, ກໍ່ສ້າງລະບົບນໍ້າໃຊ້ ແລະກໍ່ສ້າງ ລະບົບໄຟຟ້າ, ຊຶ່ງການກໍ່ສ້າງແຕ່ລະໂຄງການແມ່ນມີຄວາມຄືບໜ້າເຊັ່ນ: ໂຄງການກໍ່ສ້າງບ້ານຈັດສັນປະກອບມີ 136 ຫຼັງຄາເຮືອນໃນນີ້ເຮືອນປະເພດ 1 ມີ 10 ຫຼັງ, ປະເພດ 2 ມີ 6 ຫຼັງ ແລະປະເພດ 3 ມີ 120 ຫຼັງ.

  ໂຄງສ້າງອາຄານເປັນເບຕົງເສີມເຫຼັກ, ຫຼັງຄາເປັນໂຄງເຫຼັກ  ມຸງກະເບື້ອງ, ມີ 1 ຫ້ອງນອນ, 1 ຫ້ອງນໍ້າ ແລະ 1 ຫ້ອງຄົວ, ມາຮອດປະຈຸບັນການກໍ່ສ້າງແມ່ນ ສໍາເລັດແລ້ວ 85%, ການກໍ່ສ້າງຈະໃຫ້ສໍາເລັດໃນເດືອນຕຸລາປີນີ້, ມູນຄ່າກໍ່ສ້າງ 2,26 ລ້ານໂດລາ, ໂຄງການກໍ່ສ້າງໂຮງຮຽນປະຖົມສໍາເລັດແລ້ວ 59%, ປະກອບມີ 7 ຫ້ອງຮຽນ 1 ຫຼັງ, ມີຂະໜາດ 9x56 ແມັດ, ຫ້ອງນໍ້ານັກຮຽນ 4 ຫ້ອງ 1 ຫຼັງ, ຫ້ອງຄົວກິນ 1 ຫຼັງ, ຫໍພັກ 3 ຫ້ອງນອນ 1 ຫຼັງ ແລະຫ້ອງນໍ້າຄູ 2 ຫ້ອງ 1 ຫຼັງ, ມູນຄ່າກໍ່ສ້າງ 912 ລ້ານກວ່າ ກີບ, ໂຄງການກໍ່ສ້າງໂຮງຮຽນອານຸບານສໍາເລັດ 57%, ປະກອບມີ 6 ຫ້ອງຮຽນ, ມີຂະໜາດ 9x48 ແມັດ, ມີຫ້ອງນໍ້ານັກຮຽນ 4 ຫ້ອງ, ຫ້ອງຄົວກິນ 1 ຫຼັງ, ຫໍພັກ 3 ຫ້ອງນອນ ແລະຫ້ອງນໍ້າຄູ 2 ຫ້ອງ, ມູນຄ່າ 807 ລ້ານກວ່າກີບ.

  ໂຄງການກໍ່ສ້າງຫໍປະຊຸມບ້ານສໍາເລັດແລ້ວ 45%, ໂຄງການກໍ່ສ້າງລະບົບໄຟຟ້າສໍາເລັດແລ້ວ 44%, ມູນຄ່າ 1,83 ຕື້ກີບ, ທັງ 4 ໂຄງການນີ້ຈະໃຫ້ສໍາເລັດໃນ ກາງເດືອນພະຈິກ, ໂຄງການກໍ່ສ້າງລະບົບນໍ້າໃຊ້ສໍາເລັດແລ້ວ 35%, ຈະໃຫ້ສໍາເລັດຕົ້ນເດືອນທັນວາມູນຄ່າ 2,37 ຕື້ກີບ ແລະໂຄງການກໍ່ສ້າງເສັ້ນທາງພາຍໃນບ້ານ ສໍາເລັດແລ້ວ 16%, ທາງຍາວ 2.500 ແມັດ, ກວ້າງ 4,5 ແມັດ, ຍົກລະດັບຫີນ 15 ຊັງຕີແມັດ ແລະປູຢາງຊັ້ນດຽວ, ຈະໃຫ້ສໍາເລັດທ້າຍເດືອນພະຈິກ, ມູນຄ່າ  4,78 ລ້ານບາດ, ທັງ 7 ໂຄງການ ແມ່ນ 3 ບໍລິສັດເປັນຜູ້ຮັບເໝົາກໍ່ສ້າງຄື: ບໍລິສັດສີກັນໄຈກໍ່ສ້າງຈໍາກັດ, ບໍລິສັດຊະນະໄຊກໍ່ສ້າງຈໍາກັດ ແລະບໍລິສັດວຽງອີເລັກໂຕຣນິກຈໍາກັດ.

----

ໂດຍ: ອຸ່ນເຮືອນ ໂພທິລັກ