ຄອບຄົວພົ້ນທຸກຍ້ອນເຮັດນາປູກເຂົ້າເປັນສິນຄ້າ

  ທ່ານ ບຸນການ ວິໄລສານ ອາຍຸ 62 ປີ, ປະຊາຊົນບ້ານລຶກລົງ ເມືອງຕະໂອ້ຍ ແຂວງສາລະວັນຍ້ອນໄດ້ເຊື່ອມຊຶມ ແລະມີຄວາມເຂົ້າໃຈຕໍ່ແນວທາງອັນຖືກຕ້ອງຂອງພັກ ແລະລັດບໍ່ໃຫ້ທໍາລາຍປ່າໄມ້ເພື່ອຮັກສາສິ່ງແວດລ້ອມ, ຈຶ່ງຕັດສິນໃຈຢຸດຕິການຖາງປ່າເຮັດໄຮ່ປູກເຂົ້າແບບເລື່ອນລອຍມາເຮັດນາປູກເຂົ້າຂາຍເປັນສິນຄ້າພາຍໃນເວລາ 10 ປີ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກໄດ້.

  ທ່ານ ບຸນການ ເລົ່າສູ່ຟັງວ່າ: 10 ປີຜ່ານມາ, ສະພາບຄອບຄົວ ຂອງຂ້າພະເຈົ້າເຮັດໄຮ່ປູກເຂົ້າ ແບບເລື່ອນລອຍເປັນອາຊີບຕົ້ນຕໍ, ສະພາບຄອບຄົວໃນໄລຍະນັ້ນແມ່ນທຸກຍາກຂາດເຂີນຍ້ອນການຜະລິດອີງໃສ່ທຳມະຊາດ, ສາມ-ສີ່ປີ ໃດຕ້ອງຍ້າຍບ່ອນທໍາການຜະລິດຍ້ອນດິນເຊື່ອມຄຸນ, ເຂົ້າບໍ່ງາມ ແລະຕ້ອງຖາງປ່າໄມ້ແຕ່ລະປີບໍ່ຈັກ ວ່າເທົ່າໃດ, ເຮັດຫຼາຍຜົນຜະລິດຊໍ້າພັດໄດ້ໜ້ອຍ, ບາງປີເຂົ້າບໍ່ກຸ້ມກິນ, ບ້ານພັດຢູ່ເຂດຫ່າງໄກສອກຫຼີກ, ເສັ້ນທາງເຂົ້າບ້ານທຸລະກັນດານ, ການແລກປ່ຽນເປັນສິນຄ້າກໍ່ພົບຄວາມຫຍຸ້ງຍາກ.

  ຍ້ອນໄດ້ຮັບການເຊື່ອມຊຶມກຳແໜ້ນຕໍ່ແນວທາງປ່ຽນແປງໃໝ່ຂອງພັກ-ລັດ ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ສະໄໝທີ VIII ຂອງອົງຄະນະພັກເມືອງຕະໂ ອ້ຍ ແລະມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກແຂວງສາລະວັນ, ທາງແຂວງ ແລະເມືອງໄດ້ສົ່ງພະນັກງານລົງກໍ່ສ້າງຮາກຖານເມືອງຈຶ່ງໄດ້ມາເຜີຍແຜ່ຜົນຮ້າຍຂອງການທໍາລາຍປ່າໄມ້ລວມທັງຜົນດີໃນການເຮັດອາຊີບຄົງທີ່ແລະຊຸກຍູ້ປຸກລະດົມໃຫ້ປະຊາຊົນຢຸດຕິທໍາລາຍປ່າໄມ້, ເຊົ່າເຮັດໄຮ່ເລື່ອນລອຍຫັນມາເຮັດການຜະລິດຄົງທີ່.

  ໃນປີ 2000 ຄອບຄົວຂອງຂ້າພະເຈົ້າຈິ່ງໄດ້ຕັດສິນໃຈຫັນອາຊີບເຮັດໄຮ່ເລື່ອນລອຍມາສູ່ການເຮັດນາປູກເຂົ້າ ແລະລ້ຽງສັດຂາຍເປັນສິນຄ້າ, ເບື້ອງຕົ້ນຂ້າພະເຈົ້າ ໄດ້ນໍາພາຄອບຄົວສັບຊ່າວເນື້ອທີ່ດ້ວຍອຸປະກອນຈົກ-ຊ້ວນຂຸດແບບປະຖົມປະຖານເບື້ອງຕົ້ນສັບຊ່າວໄດ້ເນື້ອທີ່ 0,2 ເຮັກຕາ, ເຮັດນາປີທໍາອິດຜະເຂົ້າໄດ້ 200 ກິໂລ, ມາຮອດ ປີ 2003 ຂ້າພະເຈົ້າໄດ້ສັບຊ້າວເນື້ອທີ່ນາຕື່ມອີກເປັນ 1 ເຮັກຕາ ແລະໄດ້ຊື້ຄວາຍ 1 ໂຕນໍາພີ່ນ້ອງມາໄຖນາ ແລະໄດ້ຮັບທຶນສະໜັບສະໜູນຈາກໂຄງການໂລກອາທອນຊ່ວຍສະໜອງອຸປະກອນຕື່ມເປັນຕົ້ນຈົກ, ຊ້ວນ, ແນວພັນເຂົ້າ, ຈາກນັ້ນທາງໂຄງການ ແລະພະນັກງານຫ້ອງການກະສິກຳ ແລະປ່າໄມ້ເມືອງໄດ້ລົງຊຸກຍູ້ຕິດຕາມແນະນຳວິທີການປູກ, ການບົວລະບັດຮັກສາໃຫ້ເປັນປົກກະຕິຈຶ່ງເຮັດໃຫ້ຜົນຜະລິດເພີ່ມຂຶ້ນ, ເມື່ອເຫັນວ່າສະມັດຕະພາບເພີ່ມຂຶ້ນຄືແນວນັ້ນຂ້າພະເຈົ້າຈຶ່ງໄດ້ນໍາພາຄອບຄົວປັບປຸງຂຸດຄອງຈາກຫ້ວຍເອົານໍ້າ ເຂົ້າສູ່ນາຈົນສາມາດປັກດຳໄດ້ປີ ໜຶ່ງ 2 ລະດູ, ຕົກມາຮອດປີ 2004 ເປັນຕົ້ນມາຜົນຜະລິດຂອງນາປີ ເຮັກຕາໜຶ່ງໄດ້ 3,5 ໂຕນ, ນາແຊງໄດ້ 4- 4,5 ໂຕນ ລວມຜົນຜະລິດ 1 ປີ ໄດ້ເຂົ້າ 8 ໂຕນ, ເຮັດໃຫ້ຄອບຄົວກຸ້ມກິນ ແລະໄດ້ຂາຍເປັນສິນຄ້າ, ມີເງິນສະສົມຈໍານວນໜຶ່ງ, ມາຮອດປີ 2011 ໄດ້ຊື້ລົດໄຖນາ ເດີນຕາມ 1 ຄັນ, ນອກຈາກເຮັດນາປູກເຂົ້າແລ້ວຍັງໄດ້ເຮັດສວນ ແລະລ້ຽງສັດຕື່ມອີກຄື: ສວນກາເຟ 1 ເຮັກຕາ, ສວນໝາກແໜ່ງ 1 ເຮັກຕາ, ສວນໝາກນັດ 1 ເຮັກຕາ, ສວນໄມ້ໃຫ້ໝາກ 0,5 ເຮັກຕາ, ສວນກ້ວຍ 1 ເຮັກຕາ, ສວນແຂມ 1 ເຮັກຕາ, ສວນອ້ອຍ 0,2 ເຮັກຕາ, ມັນຕົ້ນ 2,5 ເຮັກຕາ ສວນໂບງ 1 ເຮັກຕາ, ໜອງປາ 2 ໜອງ.

  ມາຮອດປະຈຸບັນ, ຄອບຄົວຂອງຂ້າພະເຈົ້າມີລາຍຮັບຈາກການຂາຍເຂົ້າ, ສັດລ້ຽງ  ແລະພືດຕ່າງໆໄດ້ທັງໝົດ 33,5 ລ້ານກີບຕໍ່ປີ ໃນນີ້ໄດ້ຈາກການຂາຍເຂົ້າ 9 ລ້ານກີບ, ສັດລ້ຽງ 14 ລ້ານກີບ, ມັນຕົ້ນ 8 ລ້ານກີບ, ໝາກແໜ່ງແລະແຂມ  2,5 ລ້ານກີບ, ເມື່ອລົບລາຍຈ່າຍຂອງຄອບຄົວແລ້ວປະມານ 10 ລ້ານກີບຕໍ່ປີ, ຄອບຄົວຍັງມີເງິນເຫຼືອເກັບໄວ້ 23,5 ລ້ານກີບຕໍ່ປີ, ຈາກການສະ ສົມສາຍຮັບແຕ່ລະປີສາມາດເຮັດ ເຮືອນເຄິ່ງຖາວອນ (ປູແປ້ນມຸງສັງກະສີ 1 ຫຼັງ) ໄດ້ກໍ່ເຮືອນ 2 ຊັ້ນ ຖາວອນ 1 ຫຼັງ, ມີລົດຈັກ 2 ຄັນ, ລົດໄຖນາເດີນຕາມ 1 ຄັນ, ສາມາດສົ່ງລູກຮຽນຈົບມັດທະຍົມຕອນຕົ້ນ ມໍ 4 ໄດ້ 2 ຄົນ ແລະປະຈຸບັນກໍາ ລັງຮຽນອີກ 2 ຄົນ.

  ເມື່ອ ທ່ານ ບຸນກັນ ມີປະສົບການແລ້ວລາວຍັງໄດ້ຖ່າຍທອດບົດຮຽນໃຫ້ກັບປະຊາຊົນພາຍໃນບ້ານ ໂດຍບໍ່ຄິດຄ່າຕອບແທນ, ເຮັດໃຫ້ຜູ້ມີອາຊີບເຮັດໄຮ່ເລື່ອນ ລອຍພາຍໃນບ້ານດຽວກັນຫັນມາເຮັດນາໄດ້ຈຳນວນ 58 ຄອບ ຄົວ, ມີເນື້ອທີ່ 39 ເຮັກຕາ ແລະຍັງຖ່າຍທອດແລກປ່ຽນບົດຮຽນໃຫ້ປະຊາຊົນເມືອງສະໝ້ວຍ, ເມືອງດັກຈຶງ, ເມືອງກະລືມ ແຂວງເຊກອງ ແລະແຂວງອື່ນໆອີກດ້ວຍ.

  ໄປພ້ອມໆກັບຜົນສຳເລັດຂອງ ທ່ານ ບຸນກັນ ໃນໄລຍະຜ່ານມາ, ລາວກໍ່ຍັງມີຂໍ້ຫຍຸ້ງຍາກຈຳນວນໜຶ່ງເປັນຕົ້ນວ່າ: ພື້ນທີ່ທຳການຜະລິດບໍ່ຮາບພຽງສ່ວນໃຫຍ່ເປັນຮ່ອມຫ້ວຍພູເຂົາ, ຄວາມຮູ້ດ້ານການປູກ-ການລ້ຽງບໍ່ທັນຫຼາຍເສັ້ນທາງພາຍໃນບ້ານມີຄວາມຫຍຸ້ງຍາກ ແລະຕະຫຼາດຫ່າງໄກຈາກຕົວເມືອງເຮັດໃຫ້ການຂົນສົ່ງສິນຄ້າຫຼ້າຊ້າ.

  ແນວໃດກໍ່ຕາມໃນຕໍ່ໜ້ານີ້ທ່ານ ບຸນການ ຍັງຈະສືບຕໍ່ຂະຫຍາຍເນື້ອທີ່ນາບ່ອນທີ່ເໝາະສົມໃຫ້ໄດ້ 1-2 ເຮັກຕາຕື່ມອີກ ແລະຈະປູກພຶດທາດແປ້ງ, ພຶດອຸສາ ຫະກຳ, ລ້ຽງສັດປະເພດຕ່າງໆໃຫ້ຫຼາຍຂຶ້ນ, ປັບປຸງວິທີການຜະລິດໃຫ້ຖືກຕ້ອງຕາມເຕັກນິກເປັນຕົ້ນ: ວິທີປູກແນວພັນທີ່ເມາະສົມ, ການບົວລະບັດຮັກສາ ແລະອື່ນໆ ເພື່ອຍົກສະມັດຕະພາບເຂົ້ານາປີໃຫ້ໄດ້ 4,5 ໂຕນຂຶ້ນໄປ.

  ທ່ານ ບຸນກັນ ຈາກອາຊີບເຮັດໄຮ່ເລື່ອນລອຍບໝັ້ນຄົງຄອບຄົວທຸກຍາກກັບກາຍມາເປັນຄອບຄົວທີ່ມີອາຊີບຄົງທີ່ມີລາຍຮັບດີຂຶ້ນເຮັດໃຫ້ຄອບຄົວພົ້ນທຸກໄດ້ແມ່ນ ຍ້ອນມີແນວທາງອັນຖືກຕ້ອງຂອງພັກ-ລັດຖະບານ, ການຊີ້ນໍາ-ນໍາພາຂອງອົງການປົກຄອງເມືອງ-ແຂວງ, ວິຊາການຂະແໜງການທີ່ກ່ຽວຂ້ອງໄດ້ໃຫ້ການຊຸກຍູ້, ຕິດຕາມ, ແນະນໍາເຕັກນິກຕ່າງໆ ແລະອີກຢ່າງໜຶ່ງກໍ່ຍ້ອນຄວາມຕັດສິນໃຈ, ຄວາມບຸກບຶນ, ອົດທົນ, ດຸໝັ່ນ ຂະຫຍັນພຽນ ແລະອົດອອມໃຊ້ຈ່າຍຢ່າງມີເຫດຜົນ, ຈຶ່ງເຮັດໃຫ້ຄອບຄົວຂອງລາວດີຂຶ້ນເປັນລຳດັບ.

----

ໂດຍ: ວັນໄຊ ຕະວິນຍານ