ແອລຈີສະແຕນບາຍເອັມອີ ໂທລະພາບທັຊກຣີນ ພ້ອມຂາຕັ້ງຕິດລໍ້ໝູນໄດ້

  LG ເປັນບໍລິສັດສັນຊາດ ສ.ເກົາຫຼີ ທີ່ເປັນທີ່ຮູ້ຈັກໃນເລື່ອງ ເຄື່ອງໃຊ້ໃນເຮືອນເຊັ່ນຕູ້ເຢັນຈັກຊັກເຄື່ອງແອ ໂດຍສະເພາະໂທລະ ພາບທີ່ຄອງສ່ວນແບ່ງການຕະຫຼາດທົ່ວໂລກມາດົນເຖິງ 19,2% ຫຼ້າສຸດທາງບໍລິສັດໄດ້ເປີດໂຕ LG StandbyME ຊຶ່ງເປັນໂທລະພາບແບບທັຊຄຣີນທີ່ສາມາດປັບໝູນອົງສາຈໍ ແລະສາມາດເຄື່ອນຍ້າຍໄດ້ສະດວກຕອບໂຈດການໃຊ້ງານທີ່ຫຼາກຫຼາຍພາຍໃນເຮືອນ.

  ຕົວຜະລິດຕະພັນ LGStanbyME ຈະມີຖານ ແລະຂາຕັ້ງຍື່ນຂຶ້ນມາ ໂດຍຕົວໂທລະພາບຈະຖືກຢຶດກັບແຂນທີ່ຕິດຕັ້ງຢູ່ບໍລິເວນປາຍຂອງຂາຕັ້ງອີກເທື່ອໜຶ່ງເຮັດໃຫ້ສາມາດປັບລະດັບ ແລະມູມອົງສາໄດ້ຫຼາກຫຼາຍດັ່ງນີ້:

- ໜ້າຈໍ: ປັບແນວຕັ້ງ-ແນວນອນໄດ້ 180 ອົງສາ, ປັບມູມກົ້ມ-ເງີຍໄດ້ຢ່າງລະ 25 ອົງສາ

  • ແຂນທີ່ຢຶດກັບຂາຕັ້ງ: ປັບສູງຕໍ່າໄດ້ (ແນວນອນສູງ 126.5-106.5 ຊັງຕິແມັດ, ແນວສູງ 119.5-139.5 ຊັງຕິແມັດ) ແລະປັບອົງສາແຂນໄດ້ 130 ອົງສາ  LG StandbyME ຮອງຮັບ WiFi  ແລະສາມາດໃຊ້ງານແບບບໍ່ມີສາຍໄດ້ສູງສຸດ 3 ຊົ່ວໂມງ ຮອງຮັບການເຊື່ອມຕໍ່ດ້ວຍພອດ HDMI ແລະUSB ເພື່ອໃຫ້ຜູ້ໃຊ້ງານສາມາດເພີດເພີນກັບຄອນເທນໝາກໝາຍຈາກເກມຄອນໂຊລ ຫຼື ແລບທອບກໍ່ເຮັດໄດ້ສ່ວນບໍລິເວນຖານຂອງຜະລິດຕະພັນຈະມີລໍ້ເຮັດໃຫ້ເຄື່ອນຍ້າຍໄດ້ສະດວກຢ່າງໃດກໍ່ຕາມ StandbyME ຈະບໍ່ມີລະບົບກັນນໍ້າ.

----

ໜັງສືພິມ ເສດຖະກິດ-ສັງຄົມ