ສູນປິ່ນປົວພະຍາດໂຄວິດໂພນໂຮງ ສົ່ງຜູ້ປິ່ນປົວຫາຍດີກັບບ້ານ 42 ຄົນ

  ໃນວັນທີ 5 ຕຸລາ 2021 ນີ້ສູນປິ່ນປົວພະຍາດໂຄວິດ-19 ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຈັດສົ່ງຜູ້ປິ່ນປົວຫາຍດີ ຈໍານວນ 42 ຄົນ ກັບຄືນບ້ານເຮືອນຂອງຕົນໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມປະສົງ ສຸວົງຄຳຈັນ ເຈົ້າເມືອງໆໂພນໂຮງ, ມີຄະນະທີມແພດຈາກໂຮງໝໍແຂວງວຽງຈັນ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


 ທ່ານ ໝໍ ນາງ ຈັນຫອມ ພອນສະຫວັນ ໂຮງໝໍແຂວງວຽງຈັນ ຜູ້ຮັບຜິດຊອບການປິ່ນປົວຢູ່ສູນໂພນໂຮງໄດ້ລາຍງານໂດຍຫຍໍ້ໃນການຕິດຕາມການຮັກສາຜູ້ທີ່ຕິດເຊື້ອໂຄວິດ-19 ທີ່ມາຮັບການປິ່ນປົວຢູ່ສູນນີ້ວ່າ: ປະຈຸບັນສູນແຫ່ງນີ້ມີຜູ້ເຂົ້າມາຮັບຮັກສາທັງໝົດ 86 ຄົນ ຜ່ານການຮັກສາສາມາດປິ່ນປົວດີໄດ້ 42 ຄົນ ໃນນີ້ແມ່ນໄດ້ຜ່ານການກັກຕົວ 14 ວັນ ໄດ້ຮັບການຮັກສາປິ່ນປົວຕາມອາການເຫັນວ່າແມ່ນປອດໄພ ແລະ ຫາຍດີ. ພ້ອມນີ້ ທ່ານໝໍ ນາງ ຈັນຫອມ ພອນສະຫວັນ ກໍ່ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການຮັກສາຈຳນວນ 42 ຄົນ ຈົ່ງປະຕິບັດຫຼັກການ ແລະມາດຕະການປ້ອງກັນເປັນເຈົ້າການຢ່າງເຂັ້ມງວດ.
   ໂອກາດດັ່ງກ່າວທ່ານເຈົ້າເມືອງໆໂພນໂຮງໄດ້ຍົກໃຫ້ເຫັນຜົນຮາຍ ແລະຄວາມຫຍຸ້ງຍາກຂອງພະຍາດໂຄວິດ-19 ພ້ອມທັງຮຽກຮ້ອງມາຍັງຜູ້ທີ່ຫາຍດີເວລາກັບບ້ານເຮືອນຈົ່ງພ້ອມກັນເອົາໃຈໃສ່ມາດຕະການຮັກສາ ແລະການປ້ອງກັນທີ່ທີມແພດໄດ້ແນະນຳໃຫ້ປະຕິບັດຢ່າງເຂັ້ມງວດ ແລະເປັນເຈົ້າການຮ່ວມມືສະກັດກັ້ນ, ຕ້ານ ແລະປ້ອງກັນພະຍາດໂຄວິດ-19 ໃຫ້ໝົດໄປ.


ຂ່າວ: ສຸເວດ