ຊາວກະສິກອນ ເມືອງທ່າປາງທອງ ເກັບກ່ຽວເຂົ້ານາປີໄດ້ແລ້ວ 20%

   ທ່ານ ນາງ ໜູພິນ ບົວສີແກ້ວ ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໄດ້ລາຍງານຕໍ່ຜູ້ຂ່າວຂອງພວກເຮົາໃນວັນທີ 5 ຕຸລາ 2021 ນີ້ວ່າ: ການເກັບກ່ຽວມ້ຽນມັດເຂົ້ານາປີຂອງຊາວນາຊາວກະສິກອນທົ່ວເມືອງທ່າປາງທອງ ແມ່ນກຳລັງພວມຂຸ້ນຂ້ຽວ, ເກັບກ່ຽວມ້ຽນມັດຢ່າງເປັນ

ຂະບວນການກວ້າງຂວາງ, ຊຶ່ງມາຮອດປະຈຸບັນທົ່ວເມືອງສາມາດເກັບກ່ຽວເຂົ້າປີໄດ້ແລ້ວ 20% ຂອງເນື້ອທີ່ປັກດຳຕົວຈິງ 9.368,74 ເຮັກຕາ, ຍ້ອນໃນປີນີ້ສະພາບອາກາດແມ່ນເອື້ອຍອໍານວຍຕໍ່ກັບການທຳການຜະລິດລະດູຝົນພໍສົມຄວນຈຶ່ງເປັນເງື່ອນໄຂອຳນວຍຄວາມສະດວກໃຫ້ກັບຊາວນາຊາວກະສິກອນໄດ້ຫັນລົງສູ່ການຜະລິດແຕ່ຫົວທີ ແລະທ່ວງທັນກັບລະດູການຊຶ່ງແນວພັນແມ່ນນຳໃຊ້ແນວພັນເຂົ້າປັບປຸງເປັນສ່ວນຫຼາຍ ແລະຄາດວ່າຈະໃຫ້ສຳເລັດໃນເດືອນພະຈິກ 2021 ນີ້.


   ພ້ອມດຽວກັນນີ້ຊາວກະສິກອນຍັງໄດ້ມີການປູກພືດສຳຮອງປະເພດຕ່າງໆ ເຊັ່ນ,ໝາກຖົ່ວ, ໝາກແຕ່ງ, ສາລີ,ໝາກເຂືອ, ໝາກເພັດ, ໝາກອຶ,ໝາກໂມ, ໝາກເລັ່ນ ເຜືອກມັນຕ່າງໆ ແລະ ພຶດຜັກຕ່າງໆນຳອີກ, ການປູກພືດສຳຮອງທົ່ວເມືອງປະຕິບັດໄດ້ 367,3 ເຮັກຕາ, ເທົ່າກັບ 63,23 % ສ່ວນຢູ່ເຂດອ່າງເກັບນຳ້ຊົນລະປະທານ ເຊສາລາລອງ, ແຜນຜະຫຼິດ 230 ເຮັກຕາ ປະຕິບັດໄດ້ 192,7 ເຮັກຕາ ເທົ່າກັບ 83,87%.


   ພ້ອມນີ້ ທ່ານ ນາງ ໜູພິນ ບົວສີແກ້ວ ຍັງໃຫ້ຮູ້ຕື່ມອີກວ່າຫຼັງຈາກເກັບກ່ຽວມ້ຽນເຂົ້ານາປີສຳເລັດແລ້ວກໍ່ຈະໄດ້ຫ້າງຫາກະກຽມລົງຊຸກຍູ້ສົ່ງເສີມໃຫ້ກັບຊາວນາບ່ອນທີ່ມີເງື່ອນໄຂຈົ່ງພ້ອມພາກັນເຮັດນາແຊງ ແລະປູກພືດລະດູແລ້ງປະເພດຕ່າງໆ, ຢູ່ເຂດຊົນລະປະທານເຊສາລະລອງໃຫ້ຫຼາຍຂຶ້ນຕື່ມ.