ເປີດໂຕຊິກມາ 150-600 ມມ F5-6.3 DG DN OS Sports ສຳລັບກ້ອງມິເຣີເລສ

  SIGMA ເປີດໂຕເລນໃໝ່ “150-600mm F5-6 DG DN Sports” ເມົາທ໌ Sony E-mount ແລະ L-mount ໂດຍ ເປັນເລນໃນຊ່ວງ Ultra-telephoto zoom ຕົວທຳອິດຂອງ SIGMA ທີ່ພັດທະນາມາສຳລັບກ້ອງຟູລເຟຣມມີເຣີເລສໂດຍສະເພາະ.
ດ້ານໂຄງສ້າງຊິ້ນເລນໃສ່ມາທັງໝົດ 25 ຊິ້ນຈັດເປັນ 15 ກຸ່ມມີຊິ້ນເລນພິເສດ FLD 4 ຊິ້ນ ແລະ SLD 2 ຊິ້ນ ໃຫ້ພາບຄຸນນະພາບສູງຕະຫຼອດຊ່ວງຊຸ່ມພ້ອມເຄືອບ ຜີວເລນດ້ວຍເຕັກໂນໂລຊີ Super Multi-Layer coating ສຳລັບປ້ອງກັນແສງແຟລຊ ແລະການເກີດພາບຊ້ອນລະບົບໂຟກັສຂອງເລນຕົວນີ້ຂັບເຄື່ອນດ້ວຍ stepping motor ທີ່ໂຟກັສໄດ້ໄວແນ່ນອນ ແລະມີສຽງທີ່ງຽບມີລະບົບກັນສັ່ນ OS ໃນຕົວເລນທີ່ສາມາດຊັດເຊດຊັດເຕີປັດໄດ້ເຖິງ 4 ສະຕ໊ອປຕົວກະບອກເລນຍັງມີຊິລ ກັນລະອອງນ້ຳລະອອງຝຸ່ນມາໃຫ້, ໃຊ້ງານລະດັບມືອາຊີບໄດ້ຫາຍຫ່ວງ ໂດຍທີ່ເລນຊິ້ນໜ້າສຸດຈະເຄືອບຟລູອໍຣິນໄວ້ທຳຄວາມສະອາດໄດ້ງ່າຍບໍ່ຖິ້ມຄາບນ້ຳຫຼືຄາບນ້ຳມັນມີສະວິດ ປັບລ໊ອກ ແລະປັບຄວາມໜີດຂອງແຫວນຊູມໄດ້ວ່າຢາກໃຫ້ໜີດນ້ອບຫຼາຍປານໃດ ໂດຍທີ່ສາມາດໂຟກັສໃກ້ສຸດໄດ້ທີ່ 0,58 ແມັດ ໃຫ້ອັດຕາຂະຫຍາຍສູງສຸດ 0,34x.
  ນອກຈາກນີ້ຍັງມີປຸ່ມ AF-L ເຖິງ 3 ປຸ່ມສາມາດປັບຕັ້ງຄ່າເປັນຟັງຊັນຕ່າງໆ ຈາກຕົວກ້ອງພ້ອມສະວິດເປີດ/ປິດລະບົບກັນສັ່ນ, ສະວິດຈຳກັດໄລຍະໂຟກັສ ແລະສະວິດ Costom mode ໂດຍທີ່ Tripod collar ຈະເປັນແບບ Area Swiss ໝູນປັບອົງສາໄດ້ 90ໍ ສຳລັບໃຜທີ່ໄລຍະຍັງຊູມບໍ່ສະໃຈພໍກໍຍັງຮອງຮັບ Telecon verterທັງ 1.4x ແລະ 2x ຂະຫຍາຍທາງຍາວໂຟກັສໄດ້ສູງສຸດ 1200mm ເລີຍ.

----

ໜັງສືພິມ ເສດຖະກິດ-ສັງຄົມ