ກະດຸມເຄືອ ຊ່ວຍປ້ອງກັນການຕິດເຊື້ອໃນລະບົບທາງເດີນອາຫານ

  ສານຄຼໍໂຣຟິວຈາກລຳຕົ້ນ ແລະໃບ: ສາມາດປ້ອງກັນຕັບຈາກສານພິດ, ຮັກສາພະຍາດຕັບອັກເສບ, ຊ່ວຍກະຕຸ້ນການເຮັດວຽກຂອງຕັບ, ເຮັດໃຫ້ຕັບເຮັດວຽກໄດ້ປົກກະຕິ, ຊ່ວຍໃນການຜະລິດນ້ຳຍ່ອຍໄດ້ປົກກະຕິ, ປ້ອງກັນອາຫານບໍ່ຍ່ອຍ ແລະປ້ອງກັນການຕິດເຊື້ອໃນລະບົບທາງເດີນອາຫານ.
2. ໃບ ແລະລຳຕົ້ນ: ນຳມາບົດເປັນຢາພອກແຜແກ້ຝົກຊ້ຳ.
3. ດອກ, ໃບ ແລະລຳຕົ້ນ: ຕົ້ມຮັບປະທານຊ່ວຍຫຼຸດໄຂ່ມັນ, ຊ່ວຍ ຍ່ອຍອາຫານ, ໃຊ້ເປັນຢາຊາຊ່ວຍບັນເທົາອາການເຈັບເຫງືອກ ແລະແຂ້ວ.
4. ດອກ: ມີສານ carotene ແລະສານ xanthophyll ຊ່ວຍ ບຳລຸງສາຍຕາ, ປ້ອງກັນສາຍຕາ ເຊື່ອມ, ເສີມສ້າງພູມຄຸ້ມກັນ, ຫຼຸດອາການແພ້, ຊ່ວຍຕ້ານອະນຸ ມູນອິດສະຫຼະ, ບຳລຸງຜິວ, ປ້ອງກັນຜິວຈາກລັງສີ, ປ້ອງກັນການເກີດຝ້າ ແລະຮອຍແຜເປັນ, ຊ່ວຍປ້ອງກັນ ພະຍາດມະເຮັງ, ເບົາຫວານ, ຊ່ວຍຫຼຸດໄຂມັນໃນເລືອດ, ປ້ອງກັນພະຍາດຫົວໃຈ ແລະຫຼອດເລືອດຕີບ.
5. ສານສະກັດດ້ວຍເຮັກເຊນ: ສາມາດຕ້ານເຊື້ອແບັກທິເຣຍ ແກຼມບວກ ແລະແກຼມລົບໄດ້ຫຼາຍຊະນິດ.

----

ໜັງສືພິມ ເສດຖະກິດ-ສັງຄົມ