ຜັກຊີ ຢາພື້ນເມືອງ ສຳລັບປິ່ນປົວໂລກພະຍາດຕ່າງໆ

  ຜັກຊີເປັນພືດລົ້ມລຸກຊະນິດໜຶ່ງ, ເປັນພືດຜັກສວນຄົວທີ່ຄົນນິຍົມນຳມາປຸງແຕ່ງອາຫານ ຫຼື ນຳມາເປັນຜັກກັບ ຊຶ່ງນອກຈາກຈະສາມາດນຳມາປຸງແຕ່ງອາຫານ ໄດ້ແລ້ວຜັກຊີຍັງເປັນສະໝຸນໄພດີຫຼາຍຢ່າງອີກດ້ວຍ, ຊຶ່ງຜັກຊີສາມາດນໍາມາໄປປະກອບປຸງແຕ່ງອາຫານແກງ, ເອາະຫຼາມ, ຫໍ່ໝົກ, ກັບລາບ, ແກ່ນຜັກຊີນໍາມາໃຊ້ສະ ກັດເປັນນໍ້າມັນຫອມລະເຫີຍສໍາລັບປະກອບອາຫານ.

  ນອກຈາກນັ້ນຍັງສາມາດຮັກສາພະຍາດໄດ້ອີກດ້ວຍເຊັ່ນ: ບໍາລຸງສາຍຕາ, ບໍາລຸງກໍາລັງ, ຂັບລົມໃນທ້ອງ, ບັນເທົາອາການໄອ, ບໍາລຸງເລືອດ, ບໍາລຸງຕັບ, ປ້ອງກັນ ໂລກມະເລັງ, ກະເພາະອາຫານ, ອາຫານເປັນພິດ, ຊ່ວຍກະຕຸ້ນລະບົບຂັບຖ່າຍ, ມີທາດແຄໂຣທິນ, ຊ່ວຍບຳລຸງສາຍຕາ, ເຮັດໃຫ້ເບິ່ງເຫັນໄດ້ດີໃນເວລາກາງຄືນ ຫຼື ບ່ອນມືດ, ຊ່ວຍປ້ອງກັນພະຍາດແກ້ວຕາ, ຊ່ວຍປ້ອງກັນການເຊື່ອມຂອງຈຸລັງພາຍໃນດວງຕາ, ຊ່ວຍ ປ້ອງກັນຜິວຈາກແສງແດດ, ຫຼຸດການເກີດຟາ ແລະຮອຍຕິນກາ, ຊ່ວຍກະຕຸ້ນການເຮັດພູມຄຸມກັນຂອງຮ່າງກາຍ, ຊ່ວຍປ້ອງກັນພະຍາດມະເຮັງ ແລະຊ່ວງປ້ອງກັນພະຍາດຫົວໃຈ ແລະຫຼອດເລືອດ.

-----

ໜັງສືພິມ ເສດຖະກິດ-ສັງຄົມ