ພຶດຕິກຳການມີວິໄນທາງການເງິນທີ່ເໝາະສົມສາມາດເປັນເຄື່ອງມືເພື່ອຊ່ວຍກະກຽມຄວາມພ້ອມ ແລະນຳພາຊີວິດໄປສູ່ຄວາມອຸດົມສົມບູນ ແລະໝັ້ນຄົງທາງດ້ານການເງິນ ໂດຍລວມແລ້ວແມ່ນເລີ່ມຈາກການປູກຝັງໃຫ້ມີວິໄນເອົາໃຈໃສ່ໃນການວາງແຜນການອອມ ແລະການໃຊ້ເງິນທີ່ເໝາະສົມນັບຕັ້ງແຕ່ອາຍຸຍັງນ້ອຍ (ເດັກ ນ້ອຍ, ໄວໜຸ່ມ) ເພື່ອຝຶກຝົນແອບໃຫ້ມີວິໄນທາງການເງິນໄວ້ກ່ອນຈະຮອດຕອນເປັນຜູ້ໃຫຍ່ ຊຶ່ງຕ້ອງຮູ້ວິທີການວາງແຜນທາງການເງິນໃຫ້ພຽງພໍກັບການໃຊ້ຈ່າຍ ແລະອອມເງິນຕາມເປົ້າໝາຍຢ່າງເໝາະສົມ, ໃນເມື່ອມີຄອບຄົວພາລະຄວາມຮັບຜິດຊອບຄືຕ້ອງເບິ່ງແຍງຕົນເອງ ແລະຄອບຄົວເຮັດໃຫ້ຄວາມຮັບຜິດຊອບພາລະທາງການເງິນເພີ່ມຂຶ້ນ ແລະເຮັດໃຫ້ການວາງແຜນທາງການເງິນມີຄວາມສຳຄັນເພີ່ມຂຶ້ນເຊັ່ນກັນລວມທັງເມື່ອກ້າວໄປສູ່ກະສຽນອອກຮັບອຸດໜູນບຳນານກໍ່ຍັງຕ້ອງວາງແຜນທາງການເງິນຕື່ມອີກຍ້ອນເປັນຊ່ວງອາວຸໂສອາດມີລາຍຮັບຫຼຸດລົງແຕ່ຄ່າໃຊ້ຈ່າຍອາດເພີ່ມຂຶ້ນເຊັ່ນ: ການໃຊ້ຈ່າຍກິນຢູ່ ແລະປິ່ນປົວພະຍາດຖ້າບໍ່ມີການວາງແຜນທີ່ຮັດກຸມກໍ່ອາດເກີດມີບັນຫາໄດ້, ລັກສະນະພຶດຕິກໍາດັ່ງກ່າວໄດ້ສອດຄ່ອງກັບທິດທາງຂອງພັກ ແລະລັດຖະບານກຳນົດໄວ້ຄືຕີຖອຍປາກົດການ ແລະພຶດຕິກຳຟຸມເຟືອຍ (ໝາຍວ່າໃຫ້ຮູ້ຈັກປະຢັດມັດທະຍັດຮູ້ໃຊ້ຮູ້ຈ່າຍ, ຮູ້ເຮັດຮູ້ຫາ) ຫຼື ໃຊ້ຈ່າຍແບບພໍປະມານຕາມສົມຄວນ ໂດຍອາໄສປັດໄຈພື້ນຖານຄື: ຄວາມຮູ້ ແລະການມີສະຕິ ຊຶ່ງນໍາໄປສູ່ການດໍາເນີນຊີວິດທີ່ໝັ້ນຄົງ-ຍືນຍົງໄດ້ພ້ອມທັງສາມາດຫຼຸດຜ່ອນຄວາມສ່ຽງໃນການດຳລົງຊີວິດຈາກບັນດາປັດໄຈດ້ານເສດຖະກິດ-ສັງຄົມ, ວັນທະນະທຳ ແລະການລະ ບາດຂອງພະຍາດໂຄວິດ-19 (Covid-19) ເປັນຕົ້ນ, ຊຶ່ງສະແດງອອກໃນຄວາມພໍພຽງ 3 ປະການຄື: (1) ດ້ານເສດຖະກິດ (ບໍລິໂພກຕາມຄວາມເໝາະສົມ, ຮູ້ຈັກກິນ-ຮູ້ຈັກໃຊ້ ແລະບໍ່ມີການໃຊ້ຈ່າຍຟຸມເຟືອຍໂລດໂຜນ), (2) ດ້ານການມີເຫດຜົນ (ໝາຍເຖິງການຕັດສິນໃຈໃນການໃຊ້ຈ່າຍທີ່ມີເຫດຜົນພິຈາລະນາຜົນທີ່ຄາດວ່າຈະເກີດຂຶ້ນຈາກພຶດຕິກຳທີ່ລະມັດລະວັງໃຊ້ເຫດຜົນຕາມຄວາມພໍພຽງເຊັ່ນ: ຖ້າໃຊ້ຈ່າຍເງິນຫຼາຍເກີນຄວາມຈຳເປັນກ່ໍອາດເຮັດໃຫ້ເກີດມີການກູ້ຢືມເງິນ ຫຼື ມີໜີ້ສິນໄດ້) ແລະ(3) ການມີຄວາມເຂັ້ມແຂງທີ່ດີ (ໝາຍເຖິງການມີການກະກຽມຄວາມພ້ອມປ້ອງກັນ ຫຼື ຫຼຸດຜ່ອນຕໍ່ກັບຜົນກະທົບ ແລະການປ່ຽນແປງດ້ານຕ່າງໆ ທີ່ຈະເກີດຂຶ້ນ ໂດຍຄຳນຶງເຖິງຄວາມເປັນໄປໄດ້ຂອງເຫດການຕ່າງໆ ທີ່ຄາດວ່າຈະເກີດຂຶ້ນໃນອະນາຄົດເຊັ່ນການອອມເງິນໄວ້ໃຊ້ໃນຍາມຈຳເປັນ-ສຸກເສີນໃນອະນາຄົດ).
ນັກວິຊາການຫຼາຍທ່ານຍັງໄດ້ຄົ້ນຄວ້າ ແລະໃຫ້ຄວາມໝາຍຂອງຄຳວ່າ: “ວິໄນໝາຍເຖິງລະບຽບແບບແຜນ, ກົດເກນ ແລະຂໍ້ບັງຄັບເພື່ອໃຫ້ເກີດພຶດຕິກຳທີ່ຖືກຕ້ອງໃນໄລຍະຍາວ ຫຼື ແມ່ນການຄວບຄຸມຕົນເອງໃຫ້ປະຕິບັດແຕ່ສິ່ງທີ່ຖືກຕ້ອງເໝາະສົມ.”
ສ່ວນຄຳວ່າ: “ວິໄນທາງການເງິນໝາຍເຖິງການວາງແຜນການໃຊ້ຈ່າຍການປະຢັດຮູ້ຈັກໃຊ້ຈ່າຍເງິນຢ່າງຖືກຕ້ອງເກີດປະໂຫຍດ ແລະມີເງິນເຫຼືອສຳລັບເກັບອອມ ຫຼື ໝາຍເຖິງພຶດຕິກຳການອອມເງິນ, ການໃຊ້ຈ່າຍເງິນ ແລະການຊໍາລະໜີ້ທີ່ບຸກຄົນຕ້ອງບໍລິຫານນຳໃຊ້ໃຫ້ເໝາະສົມກັບສະພາບການຕົວຈິງຂອງຕົນເອງ ”ຈາກຄວາມໝາຍຂອງ “ວິໄນ” ແລະ “ວິໄນທາງການເງິນ” ສາມາດຜັນຂະຫຍາຍເປັນແນວທາງໃນການບໍລິຫານການເງິນ (ດ້ານການຊອກຫາລາຍຮັບ, ການໃຊ້ຈ່າຍ ແລະການເກັບອອມ) ຂອງບຸກຄົນເຂົ້າໃນການດໍາລົງຊີວິດໄດ້ຢ່າງມີຄວາມສຸກ, ບໍ່ສ້າງໜີ້ສິນເກີນຄວາມສາມາດໃນການຊຳລະຄືນ, ຊຶ່ງສາມາດແບ່ງວິໄນທາງການເງິນອອກເປັນ 2 ດ້ານຄື:
(1) ວິໄນດ້ານການອອມ: ໝາຍເຖິງການເກັບອອມຢ່າງສະໝໍ່າສະເໝີໃນດ້ານໄລຍະເວລາ ແລະມູນຄ່າຂອງການອອມເງິນຕາມຈຳນວນທີ່ເໝາະສົມກັບອາຍຸ ແລະຄວາມສາມາດ, ການອອມເພື່ອຊື້ສິນຄ້າທີ່ຈຳເປັນໃນການດຳລົງຊີວິດ ແລະອອມເກັບໄວ້ໃຊ້ໃນຍາມກະສຽນອອກຮັບບຳນານເປັນຕົ້ນ.
(2) ວິໄນດ້ານການໃຊ້ຈ່າຍ: ໝາຍເຖິງການວາງແຜນການເງິນເພື່ອນໍາໃຊ້ໃຫ້ເກີດປະໂຫຍດສູງ ສຸດໂດຍພິຈາລະນາເຖິງຄວາມຈຳເປັນໃນການໃຊ້ຈ່າຍ ແລະເປັນ ການໃຊ້ຈ່າຍທີ່ເໝາະສົມກັບສະພາບການດຳລົງຊີວິດປະຈຳວັນເຊັ່ນ: ບໍ່ຊື້ສິນຄ້າ ແລະບໍລິການ ທີ່ມີລາຄາແພງ ຫຼື ຟຸມເຟືອຍ ຫຼື ສິນຄ້າທີ່ບໍ່ຈຳເປັນໃນການດຳລົງ ຊີວິດປະຈຳວັນ, ການຮູ້ຈັກເລືອກຊື້ສິນຄ້າ ແລະບໍລິການທີ່ມີປະໂຫຍດຕໍ່ຕົນເອງ, ບໍ່ສ້າງໜີ້ (ຖ້າບໍ່ຈໍາເປັນແທ້ໆ), ນອກນັ້ນວິໄນດ້ານການໃຊ້ຈ່າຍຍັງກ່ຽວຂ້ອງ ກັບການຫາເງິນ, ໃຊ້ເງິນ, ເກັບອອມເງິນ ຫຼື ຕໍ່ຍອດເງິນເຫຼົ່ານັ້ນຢ່າງເປັນລະບົບມີແບບແຜນ ໂດຍເອົາໃຈໃສ່ຕັ້ງໃຈຄົ້ນຄວ້າອອກແຮງເຮັດວຽກ ຫຼື ເຮັດທຸລະກິດ (ທີ່ບໍ່ຜິດກົດໝາຍ ແລະບໍ່ຜິດຮີດຄອງປະເພນີ) ຢ່າງດຸໝັ່ນ, ອົດທົນ, ບໍ່ຂີ້ຄ້ານມັກງ່າຍ, ມີການວາງແຜນການເງິນທີ່ດີ, ຄິດລະອຽດຖີ່ຖ້ວນກ່ອນຈະໃຊ້ຈ່າຍ, ຈັດສັນລາຍຮັບສໍາລັບຄ່າໃຊ້ຈ່າຍແຕ່ລະປະເພດ, ຫຼຸດການໃຊ້ຈ່າຍທີ່ບໍ່ຈໍາເປັນ ແລະມີການບັນທຶກລາຍຮັບ-ລາຍຈ່າຍໃນແຕ່ລະກິດຈະກຳຂອງແຕ່ລະເດືອນເປັນຕົ້ນ.
ການມີວິໄນທາງການເງິນເຂັ້ມງວດ ແລະເໝາະສົມຈະສາມາດຊ່ວຍໃຫ້ເກີດການບໍລິຫານເງິນທີ່ມີປະສິດທິພາບ, ມີບຸກຄົນຈຳນວນໜຶ່ງລຶ້ງເຄີຍກັບການໃຊ້ເງິນກ່ອນທີ່ຈະຫາເງິນໄດ້ເນື່ອງຈາກພໍ່-ແມ່, ຜູ້ປົກຄອງຫາເງິນໃຫ້ໃຊ້ຕັ້ງແຕ່ຍັງນ້ອຍຈຶ່ງເກີດມີ ທັດສະນະຄະຕິ ຫຼື ນິດໄສທີ່ມີຄວາມສຸກຄວາມສະບາຍຈາກການໃຊ້ ເງິນທັງທີ່ຍັງຫາເງິນບໍ່ໄດ້ຕໍ່ມາເມື່ອບຸກຄົນດັ່ງກ່າວສາມາດຫາເງິນເອງຈາກການເຮັດວຽກ ຈຶ່ງອາດເກີດມີບັນຫາທາງການເງິນເນື່ອງຈາກມີທັດສະນະຄະຕິທາງດ້ານການເງິນທີ່ວ່າ: “ການທີ່ຫາເງິນໄດ້ຫຼາຍຂຶ້ນຈະສາມາດສ້າງຄວາມສຸກ, ຄວາມສະບາຍໃນການດຳລົງຊີວິດໄດ້ຫຼາຍຂຶ້ນແຕ່ກົງກັນຂ້າມຄືເງິນທີ່ຫາມາໄດ້ເພີ່ມຂຶ້ນບໍ່ພຽງພໍກັບຄ່າໃຊ້ຈ່າຍທີ່ເກີດຂຶ້ນເລີຍ” ຍ້ອນເຫດຜົນດັ່ງກ່າວ ຈຶ່ງເຮັດໃຫ້ບໍ່ສາມາດທີ່ຈະບັນລຸເປົ້າໝາຍທາງການເງິນຂອງຕົນເອງໄດ້ ແລະມີສາເຫດມາຈາກການບໍ່ມີວິໄນທາງການເງິນກໍ່ເປັນໄດ້, ສະນັ້ນສຳຄັນທີ່ສຸດເຮົາຕ້ອງຮຽນຮູ້ການຄວບຄຸມສະຕິ, ອາລົມ ຫຼື ຈິດໃຈຂອງຕົນເອງກ່ອນຈະມີການໃຊ້ຈ່າຍຕ່າງໆ ແລະຖ້າບໍ່ຮູ້ລະງັບດັບມອດຄວາມຕ້ອງການ ຫຼື ອາລົມຢາກໄດ້ຂອງຕົນເອງເມື່ອເຫັນຜູ້ອື່ນມີກໍ່ຢາກມີ, ເມື່ອເຫັນຂອງທີ່ມີຄຸນນະພາບ ຫຼື ວັດຖຸສິ່ງຂອງທີ່ສະແດງເຖິງບົດບາດຖານະຕ່າງໆ (ທັງແນວດີ ຫຼື ແນວບໍ່ດີ) ກໍ່ຄິດຢາກໄດ້ຢາກເປັນ, ການໃຊ້ເງິນ ໂດຍບໍ່ມີເປົ້າໝາຍທາງການເງິນຢ່າງເໝາະສົມ, ການບໍ່ຮູ້ບໍ່ສະແຫວງຫາທາງເລືອກໃນການຮັກສາ ແລະເພີ່ມມູນຄ່າເງິນອາດເຮັດໃຫ້ບຸກຄົນຕ້ອງເສຍປຽບ, ຂາດເຂີນ ແລະເຮັດວຽກໜັກໄປຕະຫຼອດຊີວິດເພື່ອຕອບສະໜອງໃຫ້ມີເງິນໃຊ້ຈ່າຍສະເພາະໜ້າ ແລະຖ້າຫ້າມຈິດໃຈຕົນເອງບໍ່ໄດ້ (ບໍ່ທຸ່ນທ່ຽງ, ຂາດສະຕິ ຫຼື ຫຼົງເຮັດໄປໃນທາງທີ່ຜິດລະບຽບກົດໝາຍ, ຜິດຮີດຄອງປະເພນີ) ເຮັດໃຫ້ມີການໃຊ້ຈ່າຍເກີນຕົວ ແລະຮັກສາລະບຽບວິໄນບໍ່ໄດ້ຮ້າຍແຮງກວ່ານັ້ນອາດສ້າງປາກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນ ຊຶ່ງເປັນການສ້າງ ຄວາມຫຍຸ້ງຍາກເສຍຫາຍໃຫ້ກັບຕົນເອງ, ຄອບຄົວ ແລະສັງຄົມພ້ອມກັບຖືກປະຕິບັດວິໄນຕາມລະບຽບກົດໝາຍ ແລະຂະບວນການຍຸຕິທຳຕໍ່ໄປ.
ການສ້າງວິໄນທາງການເງິນ ສາມາດປະຕິບັດໄດ້ດັ່ງນີ້:
1) ການວາງແຜນທາງການເງິນເປັນການສ້າງແຜນງົບປະມານເພື່ອໃຫ້ຮູ້ວ່າໃນແຕ່ລະເດືອນຈະມີລາຍຮັບ-ລາຍຈ່າຍຈຳນວນເທົ່າໃດ ແລະຊ່ວງໃດໃນແຕ່ລະ ເດືອນເພື່ອໃຫ້ສາມາດບໍລິຫານເງິນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ ໂດຍໃຊ້ວິທີການເຮັດບັນຊີງົບປະມານລາຍຮັບ-ລາຍຈ່າຍເປັນປະຈຳວັນ, ອາທິດ ແລະປະຈຳແຕ່ລະເດືອນລ່ວງໜ້າເປັນປີໃນງົບປະມານນັ້ນ, ມີການສໍາຮອງເງິນໄວ້ອອມ ແລະສໍາລັບການລົງທຶນ.
2) ຕ້ອງສາມາດຄວບຄຸມສະຕິ, ຈິດໃຈຂອງຕົນເອງໃນການໃຊ້ຈ່າຍບໍ່ໃຊ້ຈ່າຍຟຸມເຟືອຍເກີນຄວາມຈຳເປັນ ຫຼື ຖານະ ແລະລາຍຮັບຕ້ອງຄວບຄຸມການໃຊ້ຈ່າຍຢູ່ໃນ ແຜນງົບປະມານທີ່ກຳນົດໄວ້.
3) ໃຊ້ຫຼັກການ Pay Your Self First ຄືການອອມກ່ອນ ໃຊ້ຈ່າຍໃນພາຍຫຼັງ ໂດຍຫັກເອົາເງິນລົງທຶນຈາກບັນຊີເງິນເດືອນ ຫຼື ຈາກແຫຼ່ງລາຍຮັບອື່ນໆ ເປັນເງິນອອມດ້ວຍຈຳນວນທີ່ແນ່ນອນໃນແຕ່ລະຄັ້ງ ຫຼື ແຕ່ລະເດືອນເຊັ່ນ: ຖ້າໄດ້ຮັບເງິນເດືອນ 15.000 ກີບ ຄວນເກັບອອມໄວ້ 3.750 ກີບ ຫຼື ປະມານ 15-25% ຂອງລາຍຮັບທັງໝົດໃນແຕ່ລະຄັ້ງເປັນຕົ້ນ.
4) ຖ້າຕ້ອງມີການໃຊ້ຈ່າຍ ແມ່ນພະຍາຍາມໃຫ້ມີການເສຍ ຄ່າໃຊ້ຈ່າຍໜ້ອຍທີ່ສຸດແຕ່ໃຫ້ໄດ້ປະໂຫຍດຫຼາຍທີ່ສຸດ ໂດຍການສຳຫຼວດທົບທວນຄືນກ່ຽວກັບຄ່າໃຊ້ຈ່າຍທີ່ບໍ່ຈຳເປັນໃນແຕ່ລະໄລຍະເພື່ອປະຢັດງົບປະມານໃຫ້ໄດ້ຫຼາຍທີ່ສຸດ, ບໍ່ໃຊ້ຈ່າຍຊື້ສິ່ງຂອງທີ່ບໍ່ຈໍາເປັນຍ້ອນເຫດຜົນທີ່ວ່າລາຄາຖືກ ຫຼື ອວດອ້າງທັງທີ່ຍັງບໍ່ມີ ຄວາມຈໍາເປັນຕ້ອງໃຊ້ ຫຼື ຍັງມີວຽກອື່ນໆທີ່ສຳຄັນຈຳເປັນຫຼາຍກວ່າເປັນຕົ້ນ.
5) ຫຼຸດຜ່ອນ ຫຼື ປະຕິເສດການສ້າງໜີ້ສິນຕ່າງໆ ທີ່ບໍ່ຈຳເປັນທັງໃນໄລຍະສັ້ນ ແລະໄລຍະຍາວ ແລະຖ້າເປັນໜີ້ແລ້ວຄວນມີການວາງແຜນການຊຳລະໜີ້ສິນທີ່ມີ ໃຫ້ກັບສະຖາບັນການເງິນ ຫຼື ເຈົ້າໜີ້ຕາມສັນຍາ ແລະພາຍໃນໄລຍະເວລາທີ່ຕົກລົງກັນໄວ້.
ສະຫຼຸບແລ້ວການມີວິໄນທາງການເງິນຈະຊ່ວຍໃຫ້ຊີວິດມີຄວາມສຸກຮູ້ພິຈາລະນາຊັ່ງຊາຕົນເອງ, ຄອບຄົວໝັ້ນຄົງ, ສັງຄົມສ່ວນລວມກໍ່ສະຫງົບ, ປອດໄພ ແລະໝັ້ນຄົງເຊັ່ນກັນ, ໃນນັ້ນສິ່ງສຳຄັນທີ່ສຸດຂອງການສ້າງວິໄນທາງການເງິນຄື: ການເກັບອອມເງິນຢ່າງສະໝໍ່າສະເໝີ ແລະໃຊ້ຈ່າຍເທົ່າທີ່ຈຳເປັນ ໂດຍຄວນມີເງິນສຳຮອງໄວ້ຢ່າງໜ້ອຍ 6 ເທົ່າຂອງເງິນທີ່ຕ້ອງໃຊ້ຈ່າຍໃນແຕ່ລະເດືອນເພື່ອໃຫ້ມີເງິນສຳຮອງໄວ້ເພື່ອກຽມເອົາໄວ້ໃຊ້ຈ່າຍບໍລິຫານໃນຍາມສຸກເສີນ ແລະຈຳເປັນແທ້ໆ ພ້ອມທັງບັນລຸເປົ້າໝາຍທາງການເງິນຕາມທີ່ຕ້ອງການບົນພື້ນຖານການມີຂະໜາດຊັບສິນລວມຫັກອອກດ້ວຍໜີ້ສິນ ແລະສາມາດສ້າງຄວາມອຸດົມສົມບູນໄດ້ຈາກ 4 ວິທີ ການພື້ນຖານທີ່ສຳຄັນຄື:
1) ຮູ້ຫາ (How to Earn): ແມ່ນການຮູ້ວິທີນໍາໃຊ້ຄວາມອາດສາມາດຂອງຕົນເພື່ອຊອກຫາລາຍຮັບ (ຕ້ອງຊອກຫາແບບສັດຊື່ສຸດຈະລິດ, ບໍ່ຍັກຍອກສໍ້ໂກງ-ຟອກເງິນ, ບໍ່ສໍ້ລາດບັງຫຼວງ ແລະບໍ່ເຮັດຜິດລະບຽບ-ກົດໝາຍ), ໂດຍລວມຜູ້ທີ່ມີລາຍຮັບຈາກເງິນເດືອນ ຫຼື ຈາກການລົງທຶນໃດໜຶ່ງຫາກປະສົບຜົນສຳເລັດໃນວຽກງານກໍ່ຈະມີລາຍຮັບສູງຂຶ້ນມີຜົນໃຫ້ຄວາມສາມາດທີ່ຈະເກັບອອມເງິນກໍ່ມີໂອກາດຫຼາຍຂຶ້ນ, ຊຶ່ງເປັນພື້ນຖານທີ່ໜັກແໜ້ນຂອງການສ້າງຄວາມໝັ້ນຄົງໃຫ້ເກີດຂຶ້ນໄດ້, ນອກຈາກນີ້ຍັງສາມາດມີລາຍຮັບຈາກການເປັນຜູ້ປະກອບການເຮັດໃຫ້ມີໂອກາດຈະໄດ້ຮັບຜົນຕອບແທນທີ່ສູງ ຊຶ່ງເປັນພື້ນຖານຂອງການອອມໄດ້ເຊັ່ນກັນ.
2) ຮູ້ອອມ (How to Save): ເປັນການແບ່ງລາຍຮັບເພື່ອເກັບອອມ ໂດຍແບ່ງໄວ້ທັນທີເມື່ອມີລາຍຮັບແລ້ວຈຶ່ງໃຊ້ຈ່າຍຫຼັງຈາກຫັກເປັນເງິນອອມແລ້ວ, ພຶດຕິກຳນີ້ເປັນການສ້າງວິໄນທາງການ ເງິນເພື່ອໃຫ້ຖານຂອງເງິນອອມນັບມື້ຂະຫຍາຍຕົວເພີ່ມຂຶ້ນ, ຮອງຮັບການສ້າງຄວາມເຂັ້ມແຂງ-ອຸດົມສົມບູນໃນອະນາຄົດ ແລະຄວນມີການແບ່ງເງິນອອມອອກ ເປັນແຕ່ລະບ້ວງຕາມຈຸດປະສົງຂອງການອອມ-ການໃຊ້ຈ່າຍທັງໃນໄລຍະສັ້ນ ແລະໄລຍະຍາວ.
3) ຮູ້ໃຊ້ (How to Spend): ແມ່ນມີແຜນການຮັດກຸມໃນການໃຊ້ຈ່າຍໃນສິ່ງທີ່ຈໍາເປັນ, ບໍ່ໃຊ້ຈ່າຍຟຸມເຟືອຍ ແລະຍັງເປັນຂໍ້ຄິດພຶດຕິກໍາສໍາຄັນເພື່ອໃຫ້ລາຍຮັບທີ່ເຫຼືອເປັນເງິນອອມທີ່ພຽງພໍທີ່ຈະໃຊ້ຂະຫຍາຍຖານເງິນອອມຂອງບຸກຄົນເພື່ອສ້າງຄວາມເຂັ້ມແຂງຮັ່ງມີລໍ້າລວຍໃນອະນາຄົດ.
4) ຮູ້ຂະຫຍາຍໃຫ້ເກີດດອກອອກຜົນ ຫຼື ລົງທຶນ (How to Invest): ເປັນການຮູ້ລົງທຶນສະແຫວງຫາຜົນກຳໄລເພີ່ມເຕີມ ໂດຍເອົາເງິນອອມໄປລົງທຶນໃນລະດັບຄວາມສ່ຽງທີ່ຍອມຮັບໄດ້ ແລະມີຜົນຕອບແທນທີ່ເໝາະສົມໃນແຕ່ລະໄລຍະ.
-----
ໂດຍ: ອາຈານ ສີລິມຸງຄຸນ ຫຼວງລາດ