ຫຼຸດສະເປັກສຳຄັນ Huawei nova 4e ກ່ອນເປີດໂຕ

  ກ່ອນທີ່ຈະໄດ້ຮັບການເປີດໂຕໃນເດືອນມີນາ 2019 ນີ້ ໄດ້ມີ ຂໍ້ມູນກ່ຽວກັບສະເປັກຂອງ Huawei nova 4e  ຫຼຸດອອກມາ ໂດຍ mysmartprice.com.

ລາຍງານດັ່ງກ່າວລະບຸກ່ຽວກັບສະເປັກສຳຄັນຂອງ Huawei nova 4e ດັ່ງນີ້:

  • ໜ້າຈໍ TFTLCD ຂະໜາດ 6,1 ນິ້ວຄວາມລະອຽດ 2312x 1080 ພິກເຊລ (Full HD+), ຄວາມໜາແໜ້ນພິກເຊລ 415 ppi.
  • ນສພເສດຖະກິດ-ສັງຄົມ

- ຊິບເຊັຕ Kirion 710 (8 ແກນສະໝອງ, 2.2 GHz).

- ຊິປກຣາຟິກ Mali-G51.

- ແຣມ/ຄວາມຈຸ: 4GB/128 GB, 6GB/128GB.

- ແບັດເຕີຣິ 3.340 mAh ພ້ອມ Fast Charge.

- ລະບົບປະຕິບັດການຄວບ ດ້ວຍ EMUK 9.0.1.

- ຂະໜາດຕົວເຄື່ອງ 152.9x 72.7x7.4 ມມ.

- ສີ Magic Night, Bird Blue  ແລະPearl White.

   ກ່ອນໜ້ານີ້ Huawei ໄດ້ແຊຣວິດີໂອທົດສອບກ້ອງໜ້າຄວາມ ລະອຽດ 32 ລ້ານພິກເຊລ ແລະ  ສ່ວນວ້ຳຊົງຢອດນ້ຳດ້ານເທິງໜ້າຈໍຂອງ nova 4e  ແຕ່ຍັງບໍ່ໄດ້ເປີດ ເຜີຍລາຍລະອຽດອື່ນໆແຕ່ຢ່າງໃດ ນັ້ນເຮັດໃຫ້ Huawei nova 4e ເປັນໜຶ່ງໃນສະມາດໂຟນລະດັບ ກາງທີ່ມີສະເປັກທີ່ໜ້າສົນໃຈຫຼາຍ ແລະຊື່ແບຣນ Huawei ກໍເປັນ ເຄື່ອງກາຣັງຕີດ້ານຟີເຈີອັນໂດດ ເດັ່ນຕ່າງໆອີກຢ່າງຫຼວງຫຼາຍ.