ວັດປ່າມະຫາໂຊກ ມອບເຄື່ອງໃຫ້ໂຮງໝໍຊຸມຊົນ ເມືອງອາດສະພັງທອງ

   ໃນວັນທີ 27 ກັນຍາ  2021, ພຣະອາຈານ ປທ ໂທນ ວຽງບຸດດີ ຫົວໜ້າຫ້ອງການປົກຄອງສົງ ແລະພຣະອາຈານ ໂງ່ນຄຳ ພວງສະຫວັນວັດປ່າມະຫາໂຊກ ເມືອງອາດສະພັງທອງ ແຂວງສະຫວັນນະເຂດພ້ອມດ້ວຍອກຕົນຍາດໂຍມທີ່ມີນໍ້າໃຈສັດທາໄດ້ປະກອບສ່ວນເຄື່ອງອຸປະໂພກ-ບໍລິໂພກໃຫ້ໂຮງໝໍຊຸມຊົນ ແລະສູນກັກໂຕ 3 ຈຸດ ພາຍໃນເມືອງອາດສະພັງທອງ.

  ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ນໍ້າດື່ມ ຈຳນວນ 150 ແພັກ, ເຂົ້າສານ 150 ກິໂລກຣາມ ແລະກາເຟ, ໂອວັນຕິນ 15 ຖົງ, ກ່າວມອບໂດຍພຣະອາຈານ ໂງ່ນຄຳ ພວງສະຫວັນ ວັດປ່າມະຫາໂຊກ ເມືອງອາດ ສະພັງທອງ ແລະກ່າວຮັບໂດຍ ທ່ານ ດຣ ນາງ ສຸພາບ ອິນສີຊຽງໃໝ່ຫົວໜ້າຫ້ອງການສາທາລະນະສຸກເມືອງອາດສະພັງທອງ.

  ທັງນີ້ກໍ່ເພື່ອເປັນການປະກອບສ່ວນຊຸກຍູ້ໃຫ້ພະນັກງານແພດໝໍ, ອ້າຍນ້ອງກຳລັງປກຊ-ປກສ ທີ່ກຳລັງປະຕິບັດໜ້າທີ່ປ້ອງກັນການລະບາດຂອງພະຍາດໂຄວິດ- 19 ຢູ່ໂຮງໝໍ ແລະສູນກັກໂຕຕາມຈຸດຕ່າງໆ ຂອງເມືອງອາດສະພັງທອງແຂວງສະຫວັນນະເຂດ.

----

ໜັງສືພິມ ເສດຖະກິດ-ສັງຄົມ