ເທັກນິກການປູກຜັກບົວລະພາໄວ້ກິນເອງ

  ຜັກບົວລະພາເປັນພືດລົ້ມລຸກຊະນິດໜຶ່ງ, ເປັນພືດຜັກສວນຄົວທີ່ຄົນນິຍົມນຳມາປຸງແຕ່ງອາຫານ ຫຼື ນຳມາເປັນຜັກກັບ ຊຶ່ງນອກຈາກຈະສາມາດນຳມາປຸງແຕ່ງອາຫານໄດ້ແລ້ວຜັກບົວລະພາຍັງເປັນສະໝຸນໄພດີຫຼາຍຢ່າງອີກດ້ວຍຜັກບົວລະພາແມ່ນສາມາດນໍາໄປປະກອບອາຫານໄດ້ຫຼາຍເມນູບໍ່ວ່າຈະເປັນຂົ້ວ, ແກງ ແລະເປັນປະເພດຜັກກັບກໍ່ໄດ້.

  ກະກຽມໜານປູກ: ບົວລະພາ ເປັນພືດຊະນິດຮາກບໍ່ເລິກປານໃດ, ການກຽມດິນແມ່ນອາດຈະຂຸດ ຫຼື ໄຖເລິກປະມານ 20-30 ຊັງຕີແມັດ ຈາກນັ້ນກໍ່ຕາກດິນໄວ້ 5-10 ມື້ແລ້ວ ຈຶ່ງໄຖຄາດອີກເພື່ອຍ່ອຍດິນໃຫ້ລະອຽດເກັບເສດວັດສະພືດອອກໃຫ້ໝົດຫຼັງຈາກນັ້ນຍົກໜານໃຫ້ສູງ ຫຼື ຄູນໜານຂຶ້ນສູງປະມານ 10-15 ຊັງ ຕີແມັດ, ຮອງພື້ນດ້ວຍປຸ໋ຍໝັກ ຫຼື ປຸ໋ຍຄອກກ່ອນປູກອັດຕາ 800 ກິໂລກຣາມຕໍ່ໜຶ່ງໄລ່.

  ການປູກ: ແມ່ນນຳແກ່ນມາ ຫວ່ານລົງໜານສະເພາະກຽມເບ້ຍຈາກນັ້ນກໍຫົດນໍ້າປົກກະຕິເຊົ້າ-ແລງປະມານ 20-25 ມື້ຕົ້ນ ອ່ອນຂອງຜັກບົວລະພາຈະໃຫຍ່ສູງຂຶ້ນປະມານ 10-15 ຊັງຕີແມັດ ກໍ່ກຽມຍ້າຍລົງປູກທີ່ໜານກຽມໄວ້ນັ້ນ ໂດຍປູກໃຫ້ຫ່າງກັນ 20-30 ຊັງຕີແມັດ ຫຼັງຈາກນັ້ນກໍ່ໃຫ້ຫົດນໍ້າສະໝໍ່າສະເໜີເຊົ້າ-ແລງປູກໄດ້ປະມານ 30-40 ມື້ ກໍ່ຈະສາມາດເກັບກ່ຽວຜົນຜະລິດໄດ້ແລ້ວ.

----

ຮຽບຮຽງໂດຍ: ຟ້າ