ສອງຝ່າຍຫາລືວຽກສົ່ງອອກສິນຄ້າຮ່ວມກັນ

   ກອງປະຊຸມເຜີຍແຜ່ແຜນການຮ່ວມມືລະຫວ່າງສະພາການຄ້າ ແລະອຸດສາຫະກຳແຂວງອຸດົມໄຊ ກັບ ແຂວງຢຸນນານ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ24 ກັນຍາ 2021 ທີ່ຫ້ອງປະຊຸມສະພາການຄ້າແຂວງອຸດົມໄຊ ໂດຍການ ເປັນປະທານຂອງທ່ານ ວິໄສ ອີນດາລາ ຮອງປະທານສະພາການຄ້າ ແລະອຸດສາຫະກຳ ແຂວງອຸດົມໄຊ, ມີບັນດາພະແນກການທີ່ກ່ຽວຂ້ອງ ແລະພະນັກງານວິຊາການພາຍ ໃນສະພາການຄ້າເຂົ້າຮ່ວມ.
  ກອງປະຊຸມດັ່ງກ່າວແມ່ນເພື່ອເຜີຍແຜ່ແຜນການຮ່ວມມືລະຫວ່າງສະພາການຄ້າ ແລະອຸດສາຫະກຳແຂວງອຸດົມໄຊ ກັບ ແຂວງຢຸນນານ ສປ ຈີນ ໃຫ້ກັບພະແນກການທີ່ກ່ຽວຂ້ອງໄດ້ຮັບຊາບເຖິງຈຸດປະສົງຂອງສະພາການຄ້າ ແລະອຸດສາຫະກຳ ແຂວງອຸດົມໄຊ ທີ່ມີແຜນການຮ່ວມມືກັບສະພາການຄ້າ ແຂວງຢຸນນານ ສປ ຈີນ ເພື່ອສະດວກໃນການສົ່ງອອກສິນຄ້າ ແລະການພົວພັນປະສານງານຕ່າງໆ, ເພື່ອດຶງດູດນັກລົງທຶນຂອງຈີນ ໃຫ້ເຂົ້າມາລົງທຶນຢູ່ແຂວງອຸດົມໄຊໃຫ້ນັບມື້ນັບຫຼາຍຂຶ້ນ.
  ຊຶ່ງທັງສອງຝ່າຍໄດ້ແຕ່ງຕັ້ງຄະນະກອງເລຂາເພື່ອຮັບຜິດຊອບວຽກງານຂອງຕົນເພື່ອຜູ້ປະສານງານມີພາລະບົດບາດເປັນເສນາທິການໃຫ້ແຕ່ລະຝ່າຍ, ອຳນວຍຄວາມສະດວກໃຫ້ແກ່ການພົວພັນຮ່ວມມືພ້ອມຫ້າງຫາກະກຽມເອກະສານຕ່າງໆທີ່ກ່ຽວຂ້ອງໃນການດໍາເນີນການຈັດຕັ້ງປະຕິບັດວຽກງານການຮ່ວມມືທັງສອງ ຝ່າຍໃຫ້ມີປະສິດທິຜົນສູງ, ທັງສອງຝ່າຍພ້ອມກັນສຶກສາຄວາມເປັນໄປໄດ້ໃນບັນດາໂຄງການລົງທຶນຕ່າງໆຢູ່ພາຍໃນແຂວງອຸດົມໄຊ ໂດຍປະສານສົມທົບກັບພະແນກແຜນການ ແລະການລົງທຶນ ແລະພະແນກການທີ່ກ່ຽວຂອງເພື່ອກຳນົດ ແລະເລືອກເຟັ້ນໂຄງການພ້ອມ ທັງການລົງທຶນຈັດເປັນບູລິມາສິດ, ປະສານສົມ ທົບກັບພະ ແນກການຂັ້ນແຂວງ ແລະພາກທຸລະກິດເພື່ອເກັບກຳຂໍ້ມູນການສົ່ງເສີມການຜະລິດຕ່າງໆຢູ່ພາຍໃນແຂວງ ແລະຈຳນວນຜົນຜະລິດທີ່ຈະສົ່ງອອກ ແລະວັດຖຸດິບ, ພາຫະນະກົນຈັກທີ່ຈະນໍາເຂົ້າຈາກ ສປ ຈີນ, ນໍາສະເໜີ ເພື່ອຂໍໂກຕ້າຈາກ ສປ ຈີນ (ຕາມຂໍ້ມູນການຜະລິດຕົວຈິງຢູ່ພາຍໃນແຂວງ), ພ້ອມນີ້ຍັງໄດ້ນຳສະເໜີພາລະບົດບາດຂອງສະພາການຄ້າໃຫ້ແກ່ພະແນກການທີ່ກ່ຽວຂ້ອງຮັບຊາບຕື່ມອີກ.

----

ໜັງສືພິມ ເສດຖະກິດຊສັງຄົມ