ຫົງຄຳພາກໃຕ້ ຊ່ວຍສາລະວັນບັນເທົາຜົນກະທົບພາຍຸ

ຂ່າວ: ທິດລານີ ໂຄດໂຍທາ 

 ໃນບໍລິສັດຫົງຄຳພາກໃຕ້ກໍ່ສ້າງຂົວທາງ ແລະຊົນລະປະທານໄດ້ມອບເງິນສົດຈຳນວນ 30 ລ້ານກີບ ໃຫ້ອົງການປົກຄອງແຂວງສາລະວັນ ເພື່ອປະກອບສ່ວນເຂົ້າໃນວຽກງານແກ້ໄຂໄພພິບັດ ແລະຊ່ວຍເຫຼືອແບ່ງເບົາຄວາມທຸກໂສກຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກລົມພາຍຸໃນໄລຍະຜ່ານມາ.

   ມອບໂດຍທ່ານ ວຽງຊຳ ບຸນທະວົງ ຮອງຜູ້ອຳນວຍການບໍລິສັດຫົງຄຳພາກໃຕ້ກໍ່ສ້າງຂົວທາງ ແລະຊົນລະປະທານຈຳກັດຜູ້ດຽວ, ຮັບໂດຍ: ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງໆສາລະວັນພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

   ໃນໂອກາດດຽວກັນນີ້, ທ່ານເຈົ້າ ແຂວງສາລະວັນ ກໍ່ໄດ້ສະແດງຄວາມຂອບໃຈ ແລະຊົມເຊີຍຕໍ່ບໍລິສັດຫົງຄຳທີ່ໄດ້ສະຫຼະທຶນຮອນຂອງຕົນເອງຊ່ວຍເຫຼືອສັງຄົມໂດຍສະເພາະແຂວງສາລະວັນເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກລົມພາຍຸໃນໄລຍະຜ່ານມາ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 20 ກັນຍານີ້, ທີ່ຫ້ອງວ່າການແຂວງສາລະວັນ.