ເປີດໂຕ “X-T30” ກ້ອງມິເຣີເລສ ສະເປັກເທົ່າ “X-T3” ລາຄາຖືກ

  ໃຜທີ່ເຫັນສະເປັກຂອງກ້ອງ Mirrorless ລຸ້ນເທິງນີ້ຄື Fuji- film X-T3 ກ້ອງທີ່ສະເປັກດີແຕ່ ເນື່ອງຈາກລາຄາຄ່ອນຂ້າງແພງຫຼາຍຫຼ້າສຸດມີການແນະນຳກ້ອງ ລຸ້ນໃໝ່ X-T30 ລຸ້ນໃໝ່ຫຼ້າສຸດ ລາຄາຖືກກວ່າຫຼາຍ.

ຈຸດເດັ່ນຂອງກ້ອງຟູຈິ  X-T30 ມີຈຸດເດັ່ນໃນເລື່ອງຂອງເຊນເຊີ ແບບ BSI APS-C X-Trans 26.1 ລ້ານພິກເຊລຮອງຮັບການ ຖ່າຍວິດີໂອ 4K ໄດ້ແບບ 40FPS ມີເຕັກໂນໂລຊີ Film Simulation mode ເຮັດໃຫ້ມີ CPU Quadcore ແບບ X-Processor ເຮັດ ໃຫ້ເຕັກໂນໂລຊີຂອງກ້ອງລຸ້ນນີ້ດີ ກວ່າ X-T20.

ສຳລັບໜ້າຈໍຂອງເຄື່ອງເປັນ ແບບ LCD ຂະໜາດ 3 ນິ້ວຮອງ ຮັບຄວາມລະອຽດ 1.04  ລ້ານຈຸດສ່ວນຊ່ອງເບິ່ງພາບ  OLED   ຄວາມລະອຽດ 2.36 ລ້ານຈຸດມາພ້ອມ ກັບWiFi ແລະBluetooth ໃນ ການເຊື່ອມຕໍ່ທັງໝົດ.

ທັງໝົດມີລາຄາ 899 ໂດລາ ສະຫະລັດສະເພາະຕົວກ້ອງ 999 ໂດລາມາພ້ອມກັບເລນ XC 15-45 ມມ ແລະທອປສຸດກັບລາຄາ 1.299 ໂດລາພ້ອມກັບເລນ XF 18-55 ມມ ໃນຕ່າງປະເທດເລີ່ມຈຳໜ່າຍໃນໄລຍະເດືອນມີນາ ແຕ່ສຳລັບສີເງິນຈະວາງຈຳໜ່າຍໃນ ເດືອນພຶດສະພາ ທີ່ຈະເຖິງນີ້.

ນສພ ເສດຖະກິດ-ສັງຄົມ