ວິທະຍາຄານກົມມະດຳ ປະກາດເລື່ອນຊັ້ນນາຍທະຫານ

   ໃນວັນທີ 27 ກັນຍາ 2021 ວິທະຍາຄານກົມມະດຳໄດ້ປະກາດຊັ້ນໃຫ້ນາຍທະຫານຈາກຊັ້ນພັນຕີຂຶ້ນຊັ້ນພັນໂທ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຖາວອນ ແກ້ວອີນທະວົງ ຫົວໜ້າການເມືອງວິທະຍາຄານກົມມະດຳ, ມີຫົວໜ້າພະແນກພະນັກງານ, ພ້ອມດ້ວຍຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.


   ສະຫາຍ ພັນໂທ ອຳພອນ ສີໂສພົດ ຫົວໜ້າພະແນກພະນັກງານວິທະຍາຄານກົມມະດຳໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການເລື່ອນຊັ້ນນາຍທະຫານຢູ່ວິທະຍາຄານກົມມະດຳອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບ ປັບປຸງ) ໃນພາກທີ II ໝວດທີ 3 ມາດຕາ 22 ແລະມາດຕາ 23 ວ່າ ດ້ວຍການເລື່ອນຊັ້ນນາຍທະຫານຈາກຊັ້ນພັນຕີ ຂຶ້ນພັນໂທຈຳນວນ 6 ສະຫາຍ.


ໂອກາດດັ່ງກ່າວ, ສະຫາຍຫົວໜ້າການເມືອງວິທະຍາຄານກົມມະດໍາໄດ້ໂອ້ລົມຫຼາຍບັນຫາສຳຄັນຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່, ພ້ອມທັງເນັ້ນໜັກໃຫ້ແຕ່ລະສະຫາຍຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນ, ສຸມໃສ່ປັບປຸງແບບແຜນວິທີເຮັດວຽກເອົາໃຈໃສ່ຕໍ່ວຽກງານວິຊາສະເພາະເປັນຢ່າງດີ ແລະ ຊີ້ນຳນຳ-ນຳພາ, ກົມກອງເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ບົນພື້ນຖານປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ ແລະແບ່ງວຽກບຸກຄົນຮັບຜິດຊອບ, ສ້າງກອງທັບໃຫ້ມີຄວາມເຂັ້ມແຂງ ແລະທັນສະໃໝ່ຂຶ້ນເລື້ອຍໆ.