ຈຳປາຫອມການຄ້າ ເຊັນສັນຍາຊື້ເຂົ້າໄກ່ນ້ອຍ ແລະເຂົ້າຈ້າວຫອມຊຽງຂວາງ

   ວັນທີ 17 ກັນຍາຜ່ານມາທີ່ພະແນກອຸດສາຫະກໍາ ແລະການຄ້າແຂວງຊຽງຂວາງໄດ້ຈັດພິທີເຊັນສັນຍາຊື້-ຂາຍ ເຂົ້າລະຫວ່າງບໍລິສັດ ຈໍາປາຫອມການຄ້າຂາເຂົ້າ-ຂາອອກ ຈຳກັດຜູ້ດຽວຮ່ວມກັບກຸ່ມຜະລິດເຂົ້າໄກ່ນ້ອຍເມືອງຄູນ, ເມືອງຜາໄຊ ແລະເຂົ້າຈ້າວຫອມ ເມືອງໝອກ ຂຶ້ນຢ່າງເປັນທາງການ.

   ເປັນກຽດລົງນາມເຊັນສັນຍາໃນຄັ້ງນີ້ໂດຍທ່ານ ບຸນຮຽງ ພົມມີໄຊ ຜູ້ອໍານວຍການບໍລິສັດ ຈຳປາຫອມ ການຄ້າຂາ ເຂົ້າ-ຂາອອກ ຈຳກັດຜູ້ດຽວ ແລະຕາງໜ້າກຸ່ມຜະລິດເຂົ້າໄກ່ນ້ອຍເມືອງຄູນ, ເມືອງຜາໄຊ ແລະເຂົ້າຈ້າວຫອມ ເມືອງໝອກ ໂດຍຊ່ອງໜ້າທ່ານ ທອງສະຫວັດ ມັງໜໍ່ເມກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າກະຊວງອຸດສາຫະກຳ ແລະການຄ້າພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິ ຍານນໍາ.

 ທ່ານ ນາງ ບຸນຮຽງ ພົມມີໄຊ ກ່າວວ່າ: ການເຊັນສັນຍາໃນຄັ້ງນີ້ກໍເພື່ອເປັນການທົດລອງຕະຫຼາດພ້ອມທັງເປັນການສົ່ງເສີມການປູກເຂົ້າໄກ່ນ້ອຍ ແລະເຂົ້າຈ້າວຫອມປອດສານພິດເພື່ອແນໃສ່ການພັດທະນາເຂົ້າໃຫ້ມີຄຸນນະພາບ ແລະໄດ້ມາດຕະຖານໃນການຈໍາໜ່າຍພາຍໃນ ແລະສົ່ງອອກຕ່າງປະເທດ.

   ໃນໂອກາດດັ່ງກ່າວ ທ່ານ ຫຼ້າສີວັນ ພິລາວົງ ຕາງໜ້າກຸ່ມຜະລິດເຂົ້າປອດສານພິດໄດ້ກ່າວວ່າ: ການເຊັນສັນຍາໃນຄັ້ງນີ້ໄດ້ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ຊາວກະສິກອນໂດຍສະເພາະແມ່ນການຈໍາໜ່າຍທີ່ໄດ້ລາຄາທີ່ເໝາະສົມ ແລະຍຸຕິທໍາ.