JDB ຈັບມືກັບບໍລິສັດ ລາວນີວເພ

   ວັນທີ 23 ກັນຍາ 2021 ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນາໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງທະນາຄານຮ່ວມພັດທະນາ ຫຼື JDB ແລະ ບໍລິສັດ ລາວນີວເພ ເທັກໂນໂລຢີ ຈອຍເວັນເຈີ ຈໍາກັດ, ຫຼື Newpay ໂດຍຝ່າຍທະນາຄານຮ່ວມພັດທະນາຮ່ວມລົງນາມໂດຍ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາ ແລະ ຝ່າຍບໍລິສັດ Newpay ຮ່ວມລົງນາມໂດຍ ທ່ານ ເມກສະຫວ່າງ ພົມມາລີ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວນີວເພ ເທັກໂນໂລຢີຈອຍ ເວັນເຈີ ຈໍາກັດ , ໂດຍຊ່ອງໜ້າຄະນະ ຜູ້ບໍລິຫານ, ວິຊາການທີ່ກ່ຽວຂ້ອງທັງສອງຝ່າຍກໍ່ໄດ້ເຂົ້າຮ່ວມ.

  ຈຸດປະສົງໃນການຮ່ວມມືແມ່ນເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າທັງສອງຝ່າຍມີທາງເລືອກເພີ່ມຂຶ້ນ, ສົ່ງເສີມການນໍາໃຊ້ຜະລິດຕະພັນທັງສອງຝ່າຍ, ການຮັກສາຖານລູກຄ້າຮ່ວມກັນ, ຂະຫຍາຍຖານລູກຄ້າໃໝ່ຮ່ວມກັນ, ພັດທະນາລະບົບຮ່ວມກັນ, ເພື່ອອໍານວຍຄວາມສະດວກໃຫ້ລູກຄ້າຂອງທັງສອງຝ່າຍ, ຂະຫຍາຍເຄືອຂ່າຍບໍລິການໃຫ້ກວ້າງຂວາງ ແລະສາມາດເພີ່ມຂີດຄວາມສາມາດໃນການແຂ່ງຂັນທາງດ້ານທຸລະກິດ.

   ທັງສອງຝ່າຍເຫັນດີຮ່ວມມືກັນໃນດ້ານຄົ້ນຄວ້າພັດທະນາລະບົບການຕື່ມເງິນ (Top Up) ເຂົ້າກະເປົ໋າເງິນອີເລັກໂຕຼນິກ ນີວເພ ແລະຖອນເງິນສົດຈາກບັນຊີກະເປ໋ົາເງິນອີເລັກໂຕຼນິກ ນີວເພ ຜ່ານໜ້າຄາວເຕີ້ຂອງທະນາຄານຮ່ວມ ພັດທະນາໃນຂອບເຂດທົ່ວປະເທດ, ນອກຈາກນັ້ນຍັງຈະໄດ້ຮ່ວມມືກັນຄົ້ນຄວ້າພັດທະນາລະບົບການໂອນເງິນຜ່ານລະບົບ App JDB Yes Mobile Banking ເຂົ້າຫາກະເປົ໋າເງິນອີເລັກໂຕນິກ ນີວເພ ແລະຜ່ານລະບົບກະເປົາເງິນອີເລັກໂຕຼນິກນີວເພ ຫາບັນຊີທະນາຄານຂອງ JDB,ຮ່ວມມືກັນສຶກສາຄວາມເປັນໄປໄດ້ການເຊື່ອມຕໍ່ລະບົບ API Payments Gateway ໃນການຊໍາລະສະສາງດ້ວຍລະບົບ Dynamic QR ຂອງ JDB ເພື່ອຈ່າຍເງິນຊື້-ຂາຍສິນຄ້າ ແລະ ຄ່າບໍລິການຜ່ານທາງອອນລາຍ ແລະ ຜ່ານລະບົບກະເປົ໋າເງິນເອເລັກໂຕຼນິກນີວເພໃຫ້ແກ່ລູກຄ້າ ແລະ ຮ້ານຄ້າສະມາຊິກຂອງກະເປົ໋າເງິນ ເອເລັກໂຕຼນິກ ນີວເພ .

   ປະຈຸບັນທະນາຄານຮ່ວມພັດທະນາໄດ້ຮ່ວມມືກັບຫຼາຍອົງກອນ, ຫຼາຍສະຖາບັນ ແລະຫຼາຍບໍລິສັດ-ຫຼາຍໂຮງງານ ເພື່ອບໍລິການດ້ານການເງິນທີ່ຄົບວົງຈອນໃຫ້ກັບລູກຄ້າທຸກລະດັບຢ່າງເທົ່າທຽມກັນໂດຍປະຕິບັດຄໍາຂວັນທີ່ວ່າ: ພວກເຮົາຈະ

“ ເຕີບໃຫ່ຍໄປພ້ອມກັນ ”