ນາຍົກ ປາໄສໃນພາກອະພິປາຍທົ່ວໄປ ກອງປະຊຸມສະມັດຊາໃຫຍ່ ສປຊ

   ໃນຕອນເຊົ້າຂອງວັນທີ 25 ກັນຍາ 2021 ຢູ່ທີ່ສຳນັກງານໃຫຍ່ອົງການ ສປຊ, ນະຄອນນິວຢອກ, ເຊິ່ງເປັນມື້ທີ 5 ຂອງການດຳເນີນພາກອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 76, ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວບົດປາໄສໂດຍຜ່ານການບັນທຶກວິດີໂອໂດຍສະແດງຄວາມຊົມເຊີຍຕໍ່ທ່ານ ອັບ ດູລາ ຊາຮິດ (Abdulla Shahid) ທີ່ໄດ້ຮັບເລືອກຕັ້ງເປັນປະທານກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 76 ແລະ ທ່ານໂວລກັນ ໂບສ໌ ເກຍ (Volkan Bozkir) ທີ່ໄດ້ປະຕິບັດໜ້າທີ່ເປັນປະທານກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 75 ດ້ວຍຜົນສໍາເລັດອັນຈົບງາມ. ທ່ານນາຍົກລັດຖະມົນຕີໄດ້ຍົກໃຫ້ເຫັນເຖິງຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕະຫຼອດໄລຍະ 2 ປີທີ່ຜ່ານມາພ້ອມທັງຖືໂອກາດນີ້, ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວສະແດງຄວາມຮູ້ບຸນຄຸນ ແລະຂອບໃຈຢ່າງຈິງໃຈມາຍັງວົງຄະນະຍາດສາກົນ, ບັນດາປະເທດເພື່ອນມິດ ລວມທັງອົງການຈັດຕັ້ງສາກົນທີ່ໄດ້ໃຫ້ ການຊ່ວຍເຫຼືອ ສປປ ລາວ ໃນແຕ່ລະດ້ານເພື່ອການສະກັດກັ້ນ ແລະ ຄວບຄຸມການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ໄດ້ຮຽກຮ້ອງໃຫ້ວົງ ຄະນະຍາດສາກົນ, ລວມທັງບັນດາປະ ເທດທີ່ມີຄວາມກ້າວໜ້າທາງດ້ານວິທະ ຍາສາດການແພດ, ນັກຄົ້ນຄວ້ານັກວິ ທະຍາສາດໃນທົ່ວໂລກເພີ່ມທະວີການສຶກສາຄົ້ນຄວ້າເພື່ອວາງມາດຕະການຕອບໂຕ້ຮ່ວມກັນເປັນຕົ້ນແມ່ນການຄົ້ນຄວ້າພັດທະນາ ແລະຜະລິດຢາວັກແຊັງ, ຢາປິ່ນປົວ, ສືບຕໍ່ເພີ່ມທະວີການຮ່ວມມື ແລະຊ່ວຍເຫຼືອເຊິ່ງກັນແລະກັນເພື່ອເອົາຊະນະກັບວິກິດການດ້ານສຸຂະພາບດັ່ງກ່າວ. ພະຍາດໂຄວິດ-19 ໄດ້ທໍາລາຍລະບົບຕ່ອງໂສ້ເສດຖະກິດໂລກ, ເຮັດໃຫ້ທຸກປະເທດໃນໂລກປະເຊີນກັບເສດຖະກິດທີ່ຖົດຖອຍ ແລະຢຸດສະງັກ, ເຊິ່ງໄດ້ສ້າງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງທຸກປະເທດ, ໂດຍສະເພາະແມ່ນປະເທດກຳລັງພັດທະນາ ແລະດ້ອຍພັດທະນາ ລວມທັງ ສປປ ລາວ ແມ່ນໄດ້ຮັບຜົນກະທົບຫລາຍກວ່າຫມູ່ໃນການບັນລຸເປົ້າຫມາຍການພັດທະນາແບບຍືນຍົງພ້ອມທັງຮຽກຮ້ອງໃຫ້ວົງຄະນະຍາດສາກົນ,ໂດຍສະເພາະປະເທດພັດທະນາແລ້ວຈົ່ງໄດ້ໃຫ້ຄວາມສຳຄັນແລະຄວາມເອົາໃຈໃສ່ໃນການເພີ່ມທະວີການຊ່ວຍເຫຼືອໃຫ້ແກ່ປະເທດກຳລັງພັດທະນາ ແລະປະເທດດ້ອຍພັດທະນາໃຫ້ສາມາດແກ້ໄຂຜົນກະທົບຈາກການແຜ່ລະບາດຈາກພະຍາດໂຄວິດ-19 ນີ້.

   ໃນຊຸມປີຜ່ານມາລັດຖະບານລາວຈະໄດ້ເອົາໃຈໃສ່ ແລະວາງມາດຕະການທັງໄລຍະສັ້ນ ແລະໄລຍະຍາວ, ເປັນຕົ້ນແມ່ນການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ກໍ່ຄືຍຸດທະສາດການພັດທະນາ 2025 ແລະວິໄສທັດ 2030, ຕັ້ງຫນ້າປະຕິບັດໃຫ້ໄດ້ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 9 (2021-2025) ທີ່ສະພາແຫ່ງຊາດລາວໄດ້ຮັບຮອງໃນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນດໍາເນີນງານອິສຕັນບູນວ່າດ້ວຍປະເທດດ້ອຍພັດທະນາ ໂດຍມີ ເປົ້າໝາຍສູ້ຊົນໃຫ້ ສປປ ລາວ ສາມາດ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຢ່າງມີຄວາມຍືນຍົງ. ຈາກການປະເມີນຂອງອົງການ ສປຊ, ເຖິງແມ່ນວ່າ ສປປ ລາວ ສາມາດປະຕິບັດໄດ້ 3 ເງື່ອນ ໄຂໃນການສາມາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໄດ້ພາຍຫຼັງການທົບທວນຄັ້ງທີ 2 ໃນເດືອນກຸມພາ 2021 ທີ່ຜ່ານມານີ້ແລ້ວກໍ່ຕາມ, ແຕ່ເຫັນວ່າ ສປປ ລາວ ອາດຈະບໍ່ສາມາດຮັກສາໄວ້ລະດັບມາດຖານຂອງທັງ 3 ເງື່ອນ ໄຂທີ່ກໍານົດໄວ້ນັ້ນໄດ້ເນື່ອງຈາກຍັງສືບຕໍ່ໄດ້ຮັບຜົນກະທົບຮອບດ້ານຈາກການແຜ່ລະບາດຂອງພະຍາດໂຄວິດ-19.

    ສປປ ລາວ ໄດ້ເຂົ້າຮ່ວມ ແລະປະກອບສ່ວນຢ່າງຕັ້ງຫນ້າ ແລະມີຄວາມຮັບຜິດຊອບສູງໃນຂອບການຮ່ວມມືພາກພື້ນ, ໂດຍສະເພາະໃນອາຊຽນເຊິ່ງຖືເອົາການປົກປັກຮັກສາ ແລະສົ່ງເສີມສັນຕິພາບ ແລະສະຖຽນລະພາບຂອງພາກພື້ນ ແລະການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຮ່ວມມືເພື່ອການພັດທະນາຂອງບັນດາປະເທດສະມາຊິກເປັນ ບູລິມະສິດ.ນອກນີ້, ສປປ ລາວ ໄດ້ສືບຕໍ່ສ້າງພື້ນຖານໂຄງລ່າງທາງດ້ານເສດຖະກິດເພື່ອຮອງຮັບການເຊື່ອມໂຍງເສດຖະກິດເຂົ້າກັບພາກພື້ນ ແລະອະນຸພາກພື້ນໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າໂດຍຜ່ານຂອບການຮ່ວມມືຕ່າງໆ, ອັນສໍາຄັນອັນໜຶ່ງແມ່ນການກະກຽມເປີດການນໍາໃຊ້ເສັ້ນທາງລົດໄຟຄວາມໄວສູງເຊື່ອມຕໍ່ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃນທ້າຍປີ2021 ນີ້ ເຊິ່ງຈະເປັນເສັ້ນທາງລົດໄຟສາຍທຳອິດຂອງ ສປປ ລາວ ແລະຈະເປັນການໄຂສັງກາດໃໝ່ພາຍໃຕ້ວິໄສທັດການສ້າງປະເທດຈາກບໍ່ມີຊາຍແດນຕິດທະເລໃຫ້ກາຍເປັນປະເທດເຊື່ອມຈອດເພື່ອການສົ່ງເສີມການພົວພັນດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະໄປມາຫາສູ່ລະຫວ່າງປະຊາຊົນຢູ່ໃນພາກພື້ນໃຫ້ມີຄວາມສະດວກວ່ອງໄວຂື້ນກວ່າເກົ່າ.

 ສປປ ລາວ ໄດ້ສືບຕໍ່ຍຶດໝັ້ນໃນແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະການຮ່ວມມືກໍ່ຄືຫຼັກການແກ້ໄຂບັນຫາດ້ວຍສັນຕິວິທີ ແລະບໍ່ແຊກແຊງກິດຈະການພາຍໃນເຊິ່ງກັນ ແລະກັນພ້ອມທັງເຫັນວ່າການໂດດດ່ຽວ, ການປະເຊີນໜ້າ ແລະນໍາໃຊ້ມາດຕະການຂວໍ້າບາດຝ່າຍດຽວຕໍ່ປະເທດໃດໜຶ່ງຍິ່ງຈະບໍ່ນໍາຜົນປະໂຫຍດໃດໆ ມາສູ່ປະເທດທີ່ກ່ຽວຂ້ອງກໍຄືວົງຄະນະຍາດສາກົນໂດຍລວມ. ນອກນີ້, ຍັງໄດ້ຍົກໃຫ້ເຫັນບັນຫາຂໍ້ຂັດແຍ່ງຢູ່ພາກພື້ນຕາເວັນອອກກາງທີ່ແກ່ຍາວມາຫຼາຍທົດສະວັດ ແລະໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງພະຍາຍາມຫັນໜ້າເຂົ້າຫາກັນເພື່ອປຶກສາຫາລື ແລະສ້າງຄວາມໄວ້ເນື້ອເຊື່ອໃຈກັນໃນການແກ້ໄຂບັນຫາດັ່ງກ່າວໂດຍສັນຕິວິທີ. ເພື່ອຮ່ວມກັນແກ້ໄຂວິກິດການດ້ານດິນຟ້າອາກາດ, ສປປ ລາວ ຮຽກຮ້ອງມາຍັງທຸກປະເທດໃນໂລກຈົ່ງເພີ່ມທະວີການຈັດຕັ້ງປະຕິບັດບັນດາພັນທະ ແລະເປົ້າໝາຍຂອງສັນຍາປາຣີໃຫ້ປະກົດຜົນເປັນຈິງແນໃສ່ສະກັດກັ້ນ ແລະຫລຸດຜ່ອນການເກີດໄພພິບັດທໍາມະຊາດທີ່ຮ້າຍແຮງ ແລະສ້າງຜົນກະທົບທີ່ໜັກ ໜ່ວງຕໍ່ໂລກຂອງພວກເຮົາໃນປັດຈຸບັນ. ສປປ ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ບັນຫາດັ່ງກ່າວໂດຍໄດ້ຜັນຂະຫຍາຍເອົາບັນດາເປົ້າໝາຍຂອງສັນຍາປາຣີເຂົ້າໃນແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະຍຸດທະສາດແຫ່ງຊາດວ່າດ້ວຍການ ເຕີບໂຕສີຂຽວ. ພ້ອມດຽວກັນນັ້ນ, ລັດຖະບານລາວຍັງໄດ້ສະເຫນີແຜນງານ ແຫ່ງຊາດກ່ຽວກັບການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC) ໃຫ້ອົງການສະຫະປະຊາຊາດເຊິ່ງໄດ້ວາງຄາດຫມາຍຫຼຸດຜ່ອນປະລິມານການປ່ອຍທາດອາດພິດເຮືອນແກ້ວໃຫ້ໄດ້ເຖິງ 60 % ພາຍໃນປີ 2030.

   ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີໄດ້ແຈ້ງຕໍ່ທີ່ປະຊຸມວ່າ ສປປ ລາວ ພວມສະໝັກເປັນສະມາຊິກຂອງສະພາເສດຖະກິດ-ສັງຄົມ ສປຊ ສຳລັບສົກປີ 2023-2025, ເຊິ່ງສະແດງໃຫ້ເຫັນເຖິງຄວາມຕັດສິນໃຈສູງ ແລະຄວາມພ້ອມຂອງ ສປປ ລາວ ໃນການປະກອບສ່ວນຢ່າງຕັ້ງໜ້າ ແລະຫ້າວຫັນເຂົ້າໃນພາລະກິດອັນມີກຽດຂອງອົງການ ສປຊ ແລະຫວັງຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນຈາກບັນດາປະເທດສະມາຊິກ ສປຊ. ໃນມື້ທີ 5 ຂອງກອງປະຊຸມໄດ້ມີບັນດາຜູ້ນໍາຂັ້ນຫົວໜ້າລັດຖະບານ ແລະລັດຖະມົນຕີຂອງ 26 ປະເທດ ຜັດປ່ຽນກັນຂຶ້ນກ່າວບົດປາໄສໃນຮູບແບບມາຮ່ວມດ້ວຍຕົນເອງ ແລະຜ່ານການບັນທຶກວິດີໂອ. ພາກອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ ສປຊ ນີ້ຍັງຈະດຳເນີນໄປເຖິງ ວັນທີ 27 ກັນຍາ 2021.