ມື້ນີ້ ແຂວງເຊກອງ ສົ່ງຜູ້ປິ່ນປົວຫາຍດີຈາກພະຍາດໂຄວິດ-19 ກັບເຮືອນ

    ໃນວັນທີ 27 ກັນຍາ 2021 ນີ້ທີ່ສູນປິ່ນປົວໂຮງໝໍແຂວງເຊກອງຄະນະສະເພາະກິດແຂວງໄດ້ຈັດສົ່ງຜູ້ທີ່ປິ່ນປົວຫາຍດີຈາກພະຍາດໂຄວິດ-19 ກັບສູ່ຄອບຄົວຈໍານວນ 2 ຄົນຄື: ເພດຊາດອາຍຸ 2 ປີ 8 ເດືອນ ຢູ່ບ້ານຫ້ວຍຊາຍ ເມືອງທ່າແຕງ, ເຂົ້າຮັບການປິ່ນປົວໃນວັນທີ 13 ກັນຍາ 2021 ແລະ ເພດຍິງອາຍຸ 18 ປີ, ຢູ່ບ້ານໃໝ່ຫົວເມືອງ ເມືອງລະມາມ, ເຂົ້າຮັບການປິ່ນປົວໃນວັນທີ 14 ກັນຍາ 2021. ທ່ານ ເພັດສະໃໝ ເທບວົງສາ ຜູ້ອໍານວຍການໂຮງໝໍແຂວງເຊກອງລາຍງານວ່າ: ຕະຫຼອດໄລຍະເວລາການປິ່ນປົວ 14 ວັນແພດ-ໝໍ ໄດ້ເອົາໃຈໃສ່ເຮັດໜ້າທີ່ຂອງຕົນປະຕິບັດຕາມແຜນການປິ່ນປົວຢ່າງເຂັ້ມງວດ ແລະຖືກຕາມຫຼັກວິຊາການ, ອັນໄດ້ເຮັດໃຫ້ຜູ້ເຂົ້າມາຮັບການຮັກສາມີສຸຂະພາບແຂງແຮງ ແລະມີຈິດໃຈເຂັ້ມແຂງໃນການກັກຕົວເອງຕາມການຮັກສາບວກກັບຜົນການເກັບຕົວຢ່າງເພື່ອກວດວິເຄາະຫາເຊື້ອຂອງພວກກ່ຽວເຫັນວ່າແມ່ນບໍ່ພົບເຊື້ອຄະນະສະເພາະກິດຂັ້ນແຂວງຈຶ່ງອະນຸຍາດໃຫ້ກັບບ້ານໄດ້. ທ່ານ ນາງ ລໍາພັນໄຊຄໍາມີ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງກໍໄດ້ສະແດງຄວາມຂອບໃຈ ແລະຍ້ອງຍໍຊົມເຊີຍມາຍັງແພດ-ໝໍທີ່ເອົາໃຈໃສ່ປິ່ນປົວຜູ້ປ່ວຍໂຄວິດ-19 ດ້ວຍຄວາມເສຍສະຫຼະ ແລະຖືກຕ້ອງຕາມຫຼັກວິຊາສະເພາະເຮັດໃຫ້ຜູ້ປ່ວຍໂຄວິດຫາຍດີກັບບ້ານໄດ້. ພ້ອມນີ້ທ່ານກໍ່ໄດ້ຮຽກຮ້ອງມາຍັງຜູ້ທີ່ປິ່ນປົວຫາຍດີຈາກພະຍາດໂຄວິດ-19 ພາຍຫຼັງທີ່ກັບເມືອງບ້ານ-ເຮືອນແລ້ວກໍຕ້ອງຈໍາກັດບໍລິເວນຕົນເອງຕື່ມອີກ 7 ວັນ ເພື່ອຕິດຕາມ, ພາຍຫຼັງທີ່ຄົບ 7 ວັນແລ້ວຫາກບໍ່ມີອາການຫຍັງກໍສາມາດໃຊ້ຊີວິດປົກກະຕິຢູ່ໃນສັງຄົມ.

ຂ່າວ-ພາບ: ສັນຍາ