ຊາວເຢເມນ 16 ລ້ານຄົນພວມຂາດແຄນອາຫານ

  ໜ່ວຍ​ງານ​ດ້ານ​ອາຫານ​ຂອງສະຫະປະຊາ​ຊາດ (ສປຊ) ​ເຕືອນ​ວ່າຊາວ​ເຢ​ເມນ 16 ລ້ານ​ຄົນພວມ​ຜະ​ເຊີນ​ກັບຄວາມ​ສ່ຽງ​ຂອງ​ຄວາມ​ອຶດ​ຫີ​ວ​ແລະ​ເສຍ​ຊີວິດ​ເພາະ​ຂາດ​ແຄນ​ອາຫານ​ຢ່າງ​ຮຸນ​ແຮງ​ໃນ​ຂະນະ​ທີ່ການ​ສົ່ງ​ມອບ​ຄວາມ​ຊ່ວຍ​ເຫລືອ​ຂາດ​ຊ່ວງ​ເພາະ​ຂາດ​ເງິນ​ທຶນ.

  ຕາມຂ່າວຕ່າງປະເທດລາຍງານວ່າ ຂະນະ​ທີ່ທ່ານ​ເດ​ວິດບີ​ສລີຜູ້ອຳນວຍການ ​ໂຄງການອາຫານ​ໂລກ (WFP) ກ່າວ​ວ່າ:​ໃນຕອນ​ນີ້ WFP ພວມ​ຂາດ​ສະພາບ​ຄ່ອງ​ອີກ​ຄັ້ງ​ເຖິງ​ວ່າ​ໄດ້​ຮັບ​ເງິນ​ບໍລິຈາກຈຳນວນ​ໜຶ່ງຈາກອາ​ເມ​ລິ​ກາ,​ ເຢຍລະ​ມັນ, ຊາ​ອຸ​ດິດ ອາຣັບບີ, ສະຫະ​ນະຄອນ​ເອ​ເມ​ເຣັດອາຣັບ ​ແລະ​ອີກ​ຫລາຍ​ປະ​ເທດ​ແຕ່​ສາມາດ​ໃຊ້​ໄດ້​ພຽງ​ໄລຍະ​ໜຶ່ງ​ເທົ່າ​ນັ້ນຫາກ​ບໍ່​ມີ​ການ​ຊ່ວຍ​ເຫລືອ​ດ້ານ​ເງິນ​ທຶນ​ເຂົ້າມາ​ພາຍ​ໃນ​ໄລຍະອັນ​ໃກ້​ນີ້ອາດ​ເຮັດ​ໃຫ້​ຕ້ອງ​ໃຊ້​ມາດ​ຕະການຫລຸດ​ການ​ແບ່ງ​ປັນ​ສ່ວນ​ອາຫານສຳລັບ​ຊາວ​ເຢ​ເມນ 3,2 ລ້ານ​ຄົນ​ໃນ​ເດືອນ​ໜ້າ  ແລະ​ເພີ່ມ​ເປັນ 5 ລ້ານ​ຄົນ​ພາຍ​ໃນ​ທ້າຍ​ປີ​ນີ້.​

  ໃນຕົ້ນ​ເດືອນ​ມີນາທີ່​ຜ່ານ​ມາທ່ານອັນ​ໂຕ​ນີ​ໂອກູ​ເຕຣ​ເຣສ, ​ເລຂາທິການສະຫະປະຊາ​ຊາດປະກາດ​ລະດົມ​ທຶນ 3,8 ຕື້​ກວ່າ​ໂດ​ລາ​ສະຫະລັດ​ເພື່ອຈັດຕັ້ງ​ວຽກ​ງານຂອງ WFP ຕະຫລອດ​ປີ​ແຕ່​ຈົນ​ເຖິງ​ປັດຈຸບັນມີ​ການ​ບໍລິຈາກ​ເຂົ້າມາ​ພຽງ 1,7ຕື້​ໂດ​ລາ​ສະຫະລັດ​ແລະລະດົມ​ທຶນ​ໄດ້​ອີກ 600 ລ້ານ​ໂດ​ລາ​ສະຫະລັດ​ແຕ່ສປຊລະບຸ​ວ່າ​ຍັງ​ບໍ່​ພຽງພໍ​ໃນ​ການ​ນຳ​ໃຊ້​ໃນ​ປັດຈຸບັນ​ແລະປະຊາຊົນ​ໃນ​ເຢ​ເມນ 16 ລ້ານ​ຄົນຫລື​ປະມານ​ເຄິ່ງໜຶ່ງ​ຂອງ​ປະຊາກອນ​ໝົດ​ປະ​ເທດອາດ​ກ້າວ​ໄປ​ສູ່​ການ​ຂາດ​ແຄນ​ອາຫານ​ໃນ​ຕໍ່ໜ້າ.

----

ໜັງສືພິມ ເສດຖະກິດ-ສັງຄົມ