ນັກວິທະຍາສາດຈີນສັງເຄາະແປ້ງຈາກຄາບອນໄດອອກໄຊ

  ນັກວິທະຍາສາດຂອງສປ ຈີນ ໄດ້ພັດທະນາວິທີການສັ່ງເຄາະສະຕາຣ(starch)  ຫຼືສານອາຫານຈຳພວກຄາໂບໄຮເດຣກ ຊະນະນິດໜຶ່ງຂຶ້ນຈາກແກ໊ສກາກບອນໄດອອກໄຊ ຊຶ່ງຖືເປັນການສັງເຄາະລັກສະນະນີ້ຄັ້ງທຳອິດຂອງໂລກ.

  ຕາມຂ່າວຕ່າງປະເທດດລາຍງານວ່າ ຜົນການສຶກສາດັ່ງກ່າວ ຊຶ່ງດຳເນີນການໂດຍສະຖາບັນເຕັກໂນໂລຊີຊີວະພາບດ້ານອຸດສາຫະກຳທຽນຈິນສັງກັດສະຖາບັນບັນດິດວິທະຍາສາດຈີນ ໄດ້ຮັບການເຜີຍແພ່ໃນວາລະສານ ໄຊເອນ(Science) ໃນທ້າຍອາທິດທີ່ຜ່ານມາ, ສະຕຣາ ເປັນສານປະກອບຫຼັກຂອງອາຫານ ຊຶ່ງມັກຜະລິດໄດ້ຈາກພືດຜົນຜ່ານຂະບວນການສັງເຄາະແສງ ໂດຍການສັງເຄາະສະຕຣາໃນທຳມະຊາດຈຳເປັນຕ້ອງໃຊ້ປະຕິກິລິຍາການເຜົາຜານປະມານ 60 ຄັ້ງ ແລະຕ້ອງມີກົນໄກທາງຊີວະວິທະຍາທີ່ຊັບຊ້ອນເຖິງແມ່ນວ່າຈະມີການສຶກສາກ່ຽວກັບການສັງເຄາະສະຕຣາຫຼັງຄັ້ງໃນທົ່ວໂລກແຕ່ວ່າມີຄວາມເຄືອບໜ້າພຽງເລັກ ນ້ອຍ.

  ທ່ານ ໝ່າ ຢຽນເຫີ ຜູ້ອຳນວຍການສະຖາບັນກ່າວວ່າ ທີມວິໄຈໄດ້ອອກແບບວິທີສັງເຄາະສະຕຣາທີ່ປະກອບດ້ວຍປະຕິກິລິຍະຫຼັກພຽງ 11 ຄັ້ງເທົ່ານັ້ນ ແລະປະສົບຄວາມສຳເລັດໃນການສັງເຄາະໂມເລກຸນສະຕຣາຈາກກາກບອນໄດອກໄຊໄດ້ຢ່າງສົມບູນໃນຫ້ອງປະຕິບັດການເປັນຄັ້ງທຳອິດ, ຊຶ່ງໂຄງສ້າງຂອງສະຕຣາສັງເຄາະນັ້ນໄດ້ຮັບການພິສູດແລ້ວວ່າ ເໝືອນກັນກັບສະຕຣາທີ່ພົບໃນທຳມະຊາດ.

----

ໜັງສືພິມ ເສດຖະກິດ-ສັງຄົມ