ຄໍາວ່າ “ພຣະນິບພານ” ເຊື່ອວ່າຊາວພຸດສະນິກະຊົນທັງຫຼາຍ ຄົງຈະເຄີຍໄດ້ຍິນ ແລະຮູ້ຈັກແຕ່ມີ ໜ້ອຍຄົນທີ່ຈະຮູ້ເຖິງຄວາມໝາຍ ຂອງຄໍານີ້ຢ່າງແທ້ຈິງ. ຄໍາວ່າ “ພຣະນິບພານ” ຖ້າຈະ ອະທິບາຍກໍມີຫຼາຍຄໍາເປັນທີ່ແຕກຕ່າງກັນອອກໄປແຕ່ຄໍານີ້ສ່ວນຫຼາຍ ຈະຖືກໃຊ້ໃນປັດຊະຍາລະບົບອິນ ເດຍ ໂດຍໃຊ້ໃນຄວາມໝາຍຂອງການຫຼຸດພົ້ນແຕ່ການອະທິບາຍໃນ ສະພາວະນິບພານນັ້ນແຕກຕ່າງ ອອກໄປດັ່ງທີ່ໃນປັດຊະຍາ “ອຸບນິ ສັດ” ເຊື່ອວ່າພຣະນິບພານ ຫຼື ໂມກຄືການທີ່ອາດມັນ (ຕົວຕົນ, ຮ່າງກາຍ, ວິນຍານ) ຍ່ອຍເຂົ້າເປັນເອກະພາບກັບ, ພອນມັນ (ສິ່ງທີ່ສົມ ບູນ, ບໍ່ມີຮູບຮ່າງ, ບໍ່ມີຂີດຈໍາກັດ). ສ່ວນໃນທາງພຸດທະສາສະໜາອະ ທິບາຍວ່າ “ນິບພານ” ຄືການຫຼຸດພົ້ນອອກຈາກອະວິຊາ (ບໍ່ມີຄວາມ ຮູ້), ຕັນຫາ ຊຶ່ງສະແດງອອກໃນ ຮູບຂອງໂລພະ, ໂທສະ, ໂມຫະບໍ່ໄດ້ໝາຍຄວາມວ່າເປັນການຫຼຸດພົ້ນ ອອກຈາກອັດຕາ ຫຼື ຕົວຕົນໃນໂລກ ນີ້ິໄປສູ່ສະພາວະຂອງນິບພານດັ່ງ ຄໍາສອນຂອງ “ອຸບນິສັດ” ແຕ່ໝາຍ ເຖິງການດັບສະໜິດແຫ່ງກິເລດ ແລະຄວາມໂລບທັງປວງສິ່ງທີ່ເອີ້ນ ວ່າ “ເປັນຄວາມທຸກ”.
ດັ່ງນັ້ນການທີ່ພຣະພຸດທະເຈົ້າ ເພິ່ນນໍາເອົາ ຄໍາວ່າ “ພຣະນິບພານ” ເຂົ້າມານໍາໃຊ້ພຸດທະສາສະໜານັ້ນ ກໍເພື່ອເປັນການສອນຄົນໃຫ້ຫຼຸດພົ້ນ ອອກຈາກຄວາມໂລບ ແລະກິເລດ ທັງປວງເຊັ່ນ: ໃນທຸກກັນເທດສຸດ ທ້າຍເພິ່ນກໍຈະເວົ້າວ່າຕາບຕໍ່ເທົ້າ ເຂົ້າສູ່ “ນິລະພານ” ນັ້ນທ້ອນ “ນິລະພານ” ໃນທີ່ນີ້ກໍໝາຍເຖິງ “ພຣະນິບພານ” ນັ້ນເອງ.
ສະນັ້ນຖ້າໃຜທີ່ສາມາດຫຼຸດພົ້ນ ອອກຈາກຄວາມໂລບທັງປວງກໍໝາຍເຖິງຜູ້ທີ່ສາມາດເຂົ້າສູ່ “ພຣະ ນິບພານ” ໄດ້ແລ້ວໂດຍບໍ່ຕ້ອງຖ້າໃຫ້ຕາຍກ່ອນເພາະຄົນຜູ້ນັ້ນຈະມີ ຄວາມສຸກແບບທີ່ຫາໃສປຽບບໍ່ໄດ້ ອີກແລ້ວ, ແຕ່ຄົນສ່ວນຫຼາຍ ຫຼື ເກືອບວ່າທັງໝົດກໍບໍ່ມີໃຜທີ່ສາມາດບັນລຸ ໄດ້ເພິ່ນຈິຶ່ງຖືວ່າມື້ນີ້ໝົດລົມຫາຍໃຈ ຄືມື້ທີ່ໝົດໄປຊຶ່ງກິເລດ ແລະຄວາມ ໂລບທັງປວງຊຶ່ງເອີ້ນກັນວ່າເຂົ້າສູ່ “ພຣະນິບພານ” ແລ້ວ (ຄັດມາຈາກປື້ມວັດທະນະທຳ ແລະປະເພນີ ບູຮານລາວ).
ນສພ ເສດຖະກິດ-ສັງຄົມ