ຮອງເຈົ້າແຂວງເຊກອງ ລົງຕິດຕາມການເຝົ້າລະວັງຜົນກະທົບພະຍຸດີເປຣເຊິນຢູ່ເມືອງທ່າແຕງ

    ໃນວັນທີ 24 ກັນຍາ 2021 ນີ້ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງ-ແຂວງເຊກອງ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງພ້ອມຄະນະກໍາມະການຂັ້ນແຂວງ ແລະ ຂັ້ນເມືອງໄດ້ລົງເຄື່ອນໄຫວຕິດຕາມເຝົ້າລະວັງຜົນກະທົບໜັກຂອງພະຍຸດີເປຣເຊິນທີ່ຜັດຜ່ານເຂົ້າພາກໃຕ້ໂດຍສະເພາະຢູ່ເມືອງທ່າແຕງໃນລະຫວ່າງວັນທີ 24-25 ກັນຍາຜ່ານມານີ້.


   ໃນການລົງຕິດຕາມເຝົ້າລະວັງພະຍຸດີເປຣເຊີນຄັ້ງນີ້ທ່ານຮອງເຈົ້າແຂວງເຊກອງພ້ອມດ້ວຍຄະນະກໍາມະການແຕ່ລະຂັ້ນໃນຄັ້ງນີ້ໄດ້ສໍາຫຼວດເບິ່ງຈຸດຂົວຂ້າມຫ້ວຍ,ຈຸດສ່ຽງທີ່ຈະເກີດຜົນກະທົບຈາກນໍ້າລົ້ນຫ້ວຍ ແລະຕະຝັ່ງໂດຍສະເພາະ: ຂົວຂ້າມຫ້ວຍບ້ານທ່າແຕງເໜືອຫາບ້ານທ່າແຕງໄຕ້,ຂົວຂ້າມຫ້ວຍຊາຍຫາຄຸ້ມບ້ານຕະລຽງ,ຂົວຂ້າມໂຮງແຮມແຖວຄໍາ,ຂົວຂ້າມຫຼັງຄຸ້ມບ້ານຕະລຽງ ແລະຈຸດນໍ້າລົ້ນທາງລົງໂຮງຂ້າສັດຂອງເມືອງທ່າແຕງອັນເນື່ອງມາຈາກມີລົມພະຍຸດີເປຣເຊິນທີ່ມີຄວາມແຮງຍັງສືບຕໍ່ເຮັດໃຫ້ມີຝົນຕົກໜັກຢູ່ພາກໃຕ້ໂດຍສະເພາະຢູ່ແຂວງເຊກອງ, ອັດຕະປື, ສາລະວັນ ແລະ ແຂວງຈໍາປາສັກ ມີຝົນຕົກຕິດຕໍ່ກັນຫຼາຍວັນ, ເຮັດໃຫ້ປະລິມານຂອງນໍ້າຫຼາຍສາຍຢູ່ເມືອງທ່າແຕງໄຫຼໂຮມເຂົ້າກັນເພີ່ມຂຶ້ນຢ່າງຕໍ່ເນື່ອງ. 


  ໂອກາດນີ້ ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງເຊກອງຍັງໄດ້ເນັ້ນໜັກໃຫ້ຄະນະກໍາມະການຂັ້ນເມືອງ, ຂັ້ນແຂວງປະສານສົມທົບຢ່າງທັນເຫດການ ແລະເອົາໃຈໃສ່ຕິດຕາມສະພາບຂອງອາກາດ ແລະລະດັບນໍ້າຢ່າງໃກ້ຊິດພ້ອມແຈ້ງເຕືອນປະຊາຊົນໃຫ້ທ່ວງທັນເວລາ, ກະກຽມຄວາມພ້ອມຮັບມືຮອບດ້ານ,ຄຽງຄູ່ກັນນີ້ຕ້ອງເພີ່ມທະວີມາດຕະການປ້ອງກັນຄວາມປອດໄພດ້ານຊີວິດ, ຊັບສິນຂອງຜູ້ປະສົບໄພ, ບໍ່ໃຫ້ເກີດການຕົກເຮ່ຍເສຍຫາຍ,ເລັ່ງເກັບກໍາຂໍ້ມູນຜົນເສຍຫາຍຢ່າງລະອຽດເພື່ອວາງແຜນໃຫ້ການຊ່ວຍເຫຼືອ, ຟື້ນຟູຜົນກະທົບທັງສະເພາະໜ້າ ແລະຍາວນານເພື່ອຮັບປະກັນການດຳລົງຊີວິດຂອງປະຊາຊົນໃຫ້ຄືນສູ່ປົກກະຕິ.

-------
ຂ່າວ: ພອນ ບຸນອຸທິດ Tel & WhatsApp 020 5632 8844
ພາບ: ຫ້ອງວ່າການປົກຄອງເມືອງ ທ່າແຕງ
ກວດແກ້ໂດຍ: ສະຫຍາມ ຈັນທະສອນ 030 5436 832