ເຈົ້າແຂວງສາລະວັນ ລົງຕິດຕາມສະພາບນໍ້າຖ້ວມ ບ້ານຫ້ວຍແສງ ເມືອງເລົ່າງາມ

  ຕອນບ່າຍວັນທີ 24 ກັນຍານີ້, ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນພ້ອມດ້ວຍຂະແໜງການກ່ຽວຂ້ອງຂອງແຂວງ ແລະການນຳເມືອງເລົ່າງາມລົງຕິດຕາມສະພາບນໍ້າຖ້ວມຢູ່ບ້ານຫ້ວຍແສງ ເມືອງເລົ່າງາມ, ຈາກການປະເມີນຜົນເສຍຫາຍເບື້ອງຕົ້ນມີໜອງປາເສຍຫາຍ 47 ໜອງ, ລານຕາກກາເຟ 2 ລານ, ເຮືອນຄົວ ແລະຮ້ານຂາຍເຄື່ອງແຫ້ງເສຍຫາຍຈໍານວນໜຶ່ງ, ພ້ອມນີ້ຍັງມີເຄື່ອງປູກຂອງປະຊາຊົນເປັນຕົ້ນກະເຟ ແລະພືດຜັກໄດ້ຮັບຄວາມເສຍຫາຍ 5 ເຮັກຕາ ຄິດເປັນມູນຄ່າເສຍຫາຍເກືອບ 200 ລ້ານກີບ.

    ຕາມການລາຍງານຈາກ, ທ່ານ ສົມສັກ ທົງຄຳຫານ ເຈົ້າເມືອງເລົ່າງາມ ໃຫ້ຮູ້ວ່າ: ໃນວັນທີ 24 ກັນຍາ 2021 ນີ້ ໄດ້ເກີດມີຝົນຕົກຕໍ່ເນື່ອງເຮັດໃຫ້ນໍ້າປາໄຫລ່ລົ້ນ ຫ້ວຍຕະພົງ ແລ້ວໄຫລສູ່ບ້ານຫ້ວຍແສງ, ໄດ້ເຮັດໃຫ້ປະຊາຊົນ 30 ກວ່າ​ຫລັງຄາເຮືອນທີ່ຢູ່ລຽບຕາມຫ້ວຍ ແລະ ຢູ່ພື້ນທີ່ຕໍ່າໄດ້ຮັບຜົນກະທົບ ແລະ ຂາດທີ່ພັກອາໄສ, ເຊິ່ງນໍ້າໄດ້ຖ້ວມເຮືອນ, ວັດຖຸສິ່ງຂອງ ແລະ ເນື້ອທີ່ທຳການຜະລິດ. ຕໍ່ເຫດການດັ່ງກ່າວ, ອຳນາດການປົກຄອງເມືອງເລົ່າງາມ, ພ້ອມດ້ວຍຂະແໜງການກ່ຽວຂ້ອງ, ກຳລັງ ປກສ-ປກຊ ສົມທົບກັບກຳລັງຊາດໜຸ່ມຂອງບ້ານໄດ້ເຂົ້າໄປຊ່ວຍ​ເຫລືອຢ່າງຮີບດ່ວນ, ພ້ອມເກັບມ້ຽນວັດຖຸສິ່ງຂອງ, ຍົກຍ້າຍສິ່ງກີດຂວາງ ແລະຍົກຍ້າຍປະຊາຊົນທີ່ໄດ້ຮັບຜົນກະທົບໄປຢູ່ບ່ອນທີ່ປອດໄພໂດຍກຳນົດ 3 ຈຸດຄື: ໂຮງຮຽນ, ວັດ ແລະຫ້ອງການບ້ານເປັນບ່ອນພັກຊົ່ວຄາວ; ພາຍຫລັງນໍ້າບົກແຫ້ງ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງຈະສົມທົບກັບການຈັດຕັ້ງບ້ານລົງຕິດຕາມກວດກາ, ເກັບກໍາຂໍ້ມູນຜົນເສຍຫາຍເພື່ອລາຍງານໃຫ້ຂັ້ນເທິງຮັບຊາບ ແລະ ຊອກຫາວິທີຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບ.

ໂອກາດນີ້, ທ່ານເຈົ້າແຂວງສາລະວັນກໍໄດ້ເນັ້ນໃຫ້ອຳນາດການປົກຄອງເມືອງ ແລະການຈັດຕັ້ງບ້ານເອົາໃຈໃສ່ປຸກລະດົມກຳລັງໃຫ້ມີຄວາມສາມັກຄີ, ມີນໍ້າໃຈຊ່ວຍເຫລືອເຊິ່ງກັນ ແລະກັນໃຫ້ວ່ອງໄວ ແລະປຸກລະດົມນຳຫລາຍພາກສ່ວນເພື່ອຂໍການຊ່ວຍເຫລືອ ແລະພ້ອມກັນມີສະຕິຕິດຕາມສະພາບອາກາດໃນແຕ່ລະໄລຍະເພື່ອກຽມຄວາມພ້ອມຮັບມືກັບເຫດການທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.


------------
ໂດຍ:ກິນດາວັນ ອ້ວນນາຄູ