ປີກ້ວຍນໍ້າປີ້ງ ຊ່ວຍຮັກສາໂລກເບົາຫວານ

  ຫົວປີ ຖືວ່າເປັນອາຫານ ທີ່ກຳລັງໄດ້ຮັບຄວາມນິຍົມ ແລະມາແຮງໃນຕ່າງປະເທດທີ່ນິຍົມຮັບປະທານອາຫານມັງສະວີລັດເນື່ອງຈາກມີລົດຊາດດີ ເຮັດອາຫານໄດ້ລາກຫຼາຍ ແລະເນື້ອສຳຜັດຄ້າຍເນື້ອສັດເໝາະສຳລັບໃຜທີ່ຕ້ອງການລົດນໍ້າໜັກເປັນຢ່າງດີແຕ່ທັງນີ້ທັງນັ້ນປີກ້ວຍຍັງມີສັບພະຄຸນຫຼາຍຢ່າງທີ່ຫຼາຍຄົນຍັງບໍ່ຮູ້ ແລະຄາດບໍ່ເຖິງເພາະໃນປີກ້ວຍນໍ້າອຸດົມໄປດ້ວຍທາດເຫຼັກແຄລຊຽມ, ຟອສຟໍຣັສ, ວິຕາມິນ ເອ ແລະຊີຢ່າງຫຼວງຫຼາຍ ຈຶ່ງມີລິດໃນການຮັກສາ ແລະບັນເທົາອາ ການຕ່າງໆ.

  • ຊ່ວຍຮັກສາໂລກເບົາຫວານ.
  • ຊ່ວຍຮັກສາ ແລະບັນເທົາໂລກກະເພາະອາຫານ.
  • ຊ່ວຍຂັບນໍ້ານົມສໍາລັບແມ່ໃນການໃຫ້ນົມລູກ.
  • ຊ່ວຍຕ້ານອາການຊຶມເສົ້າ.
  • ຊ່ວຍບໍາລຸງໂລຫິດ.

  ວິທີການເຮັດ: ໃຫ້ນໍາປີກ້ວຍນໍ້າຍ້າງໄຟໃຫ້ເປືອກຊັ້ນນອກໄໝ້ໝົດແລ້ວຈາກນັ້ນນຳມາຕົ້ມກັບນໍ້າຈົນຟົດແລ້ວດື່ມແທນນໍ້າໝົດມື້ໃຫ້ໝົດໝໍ້ມື້ລະ 1 ຫົວຕໍ່ມື້ເປັນໄລຍະເວລາ 7 ມື້ ຫາກຄົນທີ່ເປັນເບົາຫວານເມື່ອດື່ມປະມານ 1-2 ມື້ທຳອິດຈະເລີ່ມມີອາການປວດເມື່ອຍຕາມຮ່າງກາຍ ຊຶ່ງຖືວ່າເປັນປົກກະຕິເມື່ອດື່ມຈົນຄົບ 7 ມື້ໂລກເບົາຫວານຈະເລີ່ມດີຂຶ້ນເລື້ອຍໆ.

----

ຮຽບຮຽງ: ຟ້າ