ບີທີເອສ ວົງດົນຕີທຳອິດຮ່ວມກ່າວ ສູນທອນບົດໃນເວລາທີລະດັບໂລກ

  ບີທີເອສ (-BTS) ກຸ່ມສີລະປິນບອຍແບນ K-Pop ຊື່ດັງຂອງ ສ. ເກົາຫຼີ ໃນຖານະທູດພິເສດດ້ານຄົນລຸ້ນໃໝ່ ແລະວັດທະນະທຳໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ (ຢູເອັນ) ຄັ້ງທີ 76 ໃນວັນທີ 20 ກັນ ຍາທີ່ຜ່ານມາ ເພື່ອກ່າວສູນທອນພົດໃນພິທີກ່ຽວກັບອະນາຄົດຂອງໜຸ່ມສາວທີ່ສຳນັກງານໃຫຍ່ ຢູເອັນ ນະຄອນຫຼວງນີວຢອກຂອງອາເມລິກາ.

  ທັງນີ້ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຈັດຂຶ້ນເປັນປະຈຳທຸກປີ ໂດຍມີຕົວແທນຈາກຫຼາຍປະເທດກ່າວຄຳປາໄສ ແລະແລກປ່ຽນຄວາມຄິດເຫັນກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງ(Sustainable Develop ment Goals-SDGs) ຂະນະທີ່ SDG Moment ຈະຖືກຈັດຂຶ້ນໃນໄລຍະເລີ່ມຕົ້ນຂອງກອງປະຊຸມເພື່ອສ້າງແຮງຊຸກຍູ້ໃຫ້ທົ່ວໂລກມຸ້ງສູ່ການດຳເນີນງານໃຫ້ໄດ້ຕາມເປົ້າໝາຍSDGs ຊຶ່ງຈະຄົບກຳນົດໃນອີກ 10 ປີຕໍ່ໜ້າ. 

----

ໜັງສືພິມ ເສດຖະກິດ-ສັງຄົມ