ເມືອງຫຼາຫາລືກຳນົດໂຄງສ້າງລາຄາ ຊີ້ນໝູ, ໄຂ່ ແລະປານິນ

  ໃນວັນທີ 21 ກັນຍາ 2021 ເມືອງຫຼາແຂວງອຸດົມໄຊ ໄດ້ຈັດກອງປະຊຸມປຶກສາຫາລືການກຳນົດໂຄງສ້າງລາຄາຊີ້ນໝູ, ໄຂ່ໄກ່ ພັນ ແລະປານິນຢູ່ພາຍໃນເມືອງຫຼາ ໂດຍເປັນປະທານຂອງທ່ານ ຫຸມພັນ ບຸບຜາຄຳ ເຈົ້າເມືອງຫຼາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການຂະແໜງການທີ່ກ່ຽວຂ້ອງພ້ອມດ້ວຍຜູ້ປະກອບການອ້ອມຂ້າງເມືອງເຂົ້າຮ່ວມ.

  ໃນກອງປະຊຸມ ທ່ານ ຄຳທຽງ ທໍ່ ຫົວໜ້າຫ້ອງການອຸດສາຫະກຳ ແລະການຄ້າເມືອງກໍ່ໄດ້ຜ່ານເອກະສານແຈ້ງການຂອງພະແນກອຸດສາຫະກຳ ແລະການຄ້າແຂວງອຸດົມໄຊ ສະບັບເລກທີ 0978/ພອຄ.ອຊ ລົງວັນທີ 16 ກັນຍາ 2021 ວ່າດ້ວຍການກຳນົດໂຄງສ້າງລາ ຄາຊີ້ນໝູ, ໄຂ່ໄກ່ພັນ ແລະປານິນຄືນໃໝ່ເພື່ອເຮັດໃຫ້ເໝາະສົມກັບສະພາບປະຈຸບັນໃນທົ່ວແຂວງກໍ່ຄືພາຍໃນເມືອງຫຼາ, ໃນນັ້ນໄດ້ກຳນົດລາຄາຊີ້ນໝູຄື: ຊີ້ນສົດລາຄາສູງສຸດບໍ່ໃຫ້ເກີນ 50 ພັນກີບຕໍ່ກິໂລ, ຊີ້ນໝູສາມຊັ້ນຕິດກະດູກຂ້າງລາຄາສູງສຸດບໍ່ໃຫ້ເກີນ 35 ພັນກີບຕໍ່ກິ ໂລ, ເຄື່ອງໃນລວມໝູລາຄາສູງສຸດບໍ່ໃຫ້ເກີນ 45 ພັນກີບຕໍ່ກິໂລ, ໄສ້ ອ່ອນໝູລາຄາສູງສຸດບໍ່ໃຫ້ເກີນ 45 ພັນກີບຕໍ່ກິໂລ, ຕີນໝູ ລາຄາ ບໍ່ໃຫ້ເກີນ 25 ພັນກີບຕໍ່ກິໂລ, ຫົວໝູ ແລະກະດູກໝູຕິດຊີ້ນລາຄາບໍ່ໃຫ້ ເກີນ 20 ພັນກີບຕໍ່ກິໂລ, ສຳລັບ ໄຂ່ໄກ່ພັນໜ່ວຍໃໝ່ລາຄາສົ່ງບໍ່ໃຫ້ເກີນ 420.000 ກີບຕໍ່ແກັດ, ລາຄາຂາຍຍ່ອຍບໍ່ໃຫ້ເກີນ 38 ພັນ ກີບຕໍ່ແຕະ, ປານິນຂາຍຢູ່ໜ້າໜອງສູງສຸດບໍ່ໃຫ້ເກີນ 20 ພັນກີບຕໍ່ກິໂລ, ລາຄາສົ່ງສູງສຸດບໍ່ໃຫ້ເກີນ 22 ພັນກີບຕໍ່ກິໂລ ແລະລາຄາຂາຍຍ່ອຍຢູ່ຕາມທ້ອງຕະຫຼາດສູງສຸດບໍ່ໃຫ້ເກີນ 24 ພັນກີບຕໍ່ກິໂລ.

  ພ້ອມນີ້ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳຄິດເຫັນຕໍ່ເນື້ອໃນເອກະສານດັ່ງກ່າວ ໂດຍສະເພາະແມ່ນປຶກສາຫາລືຕໍ່ລອງລາຄາໃຫ້ເໝາະສົມຕາມສະພາບເສດຖະກິດ-ສັງຄົມ ຫຼື ສອດຄ່ອງກັບການຜະລິດ ແລະການບໍລິໂພກຂອງສັງຄົມ.

  ໃນຕອນທ້າຍກອງປະຊຸມ ທ່ານ ຫຸມພັນ ບຸບຜາຄຳ ເຈົ້າເມືອງຫຼາ ຍັງໄດ້ມີຄຳເຫັນໂອ້ລົມຕືມອີກວ່າ: ສາເຫດທີ່ເຮັດໃຫ້ລາຄາສິນຄ້າປະເພດນຳເຂົ້າສູງຂຶ້ນ ເນື່ອງມາຈາກລາຄານໍ້າມັນໄດ້ປັບຕົວສູງຂຶ້ນ, ຕິດພັນກັບການລະບາດຂອງເຊື້ອພະຍາດໂຄວິດ-19 ຈຶ່ງເຮັດໃຫ້ການຂົນສົ່ງມີຄວາມຫຍຸ້ງຍາກ ແລະຄ່າຂົນສົ່ງແພງຂຶ້ນລວມທັງ ການອ່ອນຄ່າຂອງເງິນກີບຕໍ່ສະກຸນເງິນຕ່າງປະເທດພ້ອມທັງຮຽກຮ້ອງໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະຫ້ອງການອຸດສາ ຫະກຳ ແລະການຄ້າ ເມືອງໃຫ້ເປັນເຈົ້າການຕິດຕາມ-ກວດກາລາຄາສິນຄ້າໃຫ້ຢູ່ໃນເກນປົກກະຕິ ແລະການຊື້-ຂາຍຕ້ອງ ຢູ່ໃນລາຄາທີ່ສົມເຫດສົມຜົນຖ້າລະເມີດແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍ.

----

ໜັ້ງສືພິມ ເສດຖະກິດ-ສັງຄົມ