ເຕັກນິກການປູກຜັກກະລໍ່າຂາວ ໃຫ້ໄດ້ຜົນຜະລິດ

  ຜັກກະຫຼໍ່າປີ ເປັນສິນຄ້າຊະນິດໜຶ່ງທີ່ຕະຫຼາດມີຄວາມຕ້ອງການຫຼາຍເຮັດໃຫ້ຊາວກະສິກອນໃນຫຼາຍເຂດປູກພືດຊະນິດດັ່ງກ່າວ ແລະຜັກກະລໍ່າຂາວມີຫຼາຍຊະນິດ, ແຕ່ຊະນິດທີ່ຊາວກະສິກອນນິຍົມປູກໃນບ້ານເຮົາສ່ວນຫຼາຍແມ່ນກະລໍ່າຂາວຕະກຸນ Brassicacea ທີ່ເປັນດອກ ຊຶ່ງມີຖິ່ນກໍາເນີດຢູ່ແຖບຊາຍຝັ່ງເມດີແຕຣານຽນຕາເວັນອອກທີ່ສາມາດຈະເລີນເຕີບໂຕໄດ້ໃນດິນເກືອບທຸກຊະນິດແຕ່ດິນທີ່ເໝາະສົມທີ່ສຸດແມ່ນດິນໜຽວ, ເປັນດິນທີ່ອູ້ມນໍ້າໄດ້ດີ.
  ການກຽມກ້າເບ້ຍ ແລະປູກ: ນໍາເມັດພັນມາແຊ່ນໍ້າອຸ່ນ 35–40 ອົງສາປະມານ 5 ນາທີ ແລ້ວນໍາໄປບົ່ມໄວ້ 1 ຄືນ ແລ້ວຫວ່ານໃສ່ໜານທີ່ກຽມໄວ້ໃຫ້ເໝາະສົມ; ຫຼັງຈາກກ້າແກ່ນໄດ້ 25–30 ວັນຈະມີໃບແທ້ 3–4 ໃບ ຄວາມສູງ ປະມານ 10–15 ຊັງຕີແມັດ ແລ້ວນໍາໄປປູກໃສ່ໜານໂດຍໄລຍະຫ່າງຂອງແຕ່ລະດອກປະມານ 40–60 ຊັງຕີແມັດ ຂຶ້ນກັບແຕ່ລະແນວພັນຫຼັງຈາກນັ້ນປົກຄຸມດ້ວຍເຟືອງ ໂດຍໃຫ້ນໍ້າມື້ລະ 2 ຄັ້ງ ເຊົ້າ–ແລງຢ່າງສະໝໍ່າສະເໝີ, ພ້ອມໃສ່ຝຸ່ນຄອກຕາມອັດຕາເໝາະສົມເຮັດປົກກະຕິຄືກັບພືດຜັກຊະນິດທົ່ວໄປໄລຍະເວລາເກັບກ່ຽວ: ຕ້ອງນັບຈຳນວນວັນທີ່ສັງເກດເຫັນດອກພົ້ນອອກມາທີ່ຍອດປະມານ 7 ວັນ, ຖ້າອາກາດຮ້ອນແມ່ນເລັ່ງເກັບກ່ຽວປະມານ 3–4 ວັນ ແລະຫາກອາກາດໜາວເຢັນອາດຈະເກັບກ່ຽວຊ້າລົງປະມານ 7–14 ວັນ ກໍໄດ້.

----

ໜັງສືພິມ ເສດຖະກິດ-ສັງຄົມ