ຜາອຸດົມ ທຳລາຍສິນຄ້າໝົດອາຍຸ

 ເພື່ອປະຕິບັັດຕາມຫຼັກການພື້ນຖານ ແລະວິທີການນໍາໃຊ້ມາດຕະຖານ ແລະເຕັກນິກໃນການຕິດຕາມ ແລະກວດກາຄຸນນະພາບຄວາມປອດໄພອາຫານ, ເພື່ອກວດກາຜະລິດຕະພັນນໍາເຂົ້າ, ຜະລິດຕະພັນຕ້ອງຫ້າມ, ສິນຄ້າໝົດອາຍຸຕາມຮ້ານຂາຍເຄື່ອງ ຍ່ອຍໃນເມືອງຜາອຸດົມ, ວັນທີ 17 ກັນຍາຜ່ານມາທີ່ຫໍປະຊຸມຫ້ອງການສາທາລະນະສຸກ ເມືອງຜາອຸດົມ ຈັດພິທີໄດ້ທຳລາຍອາຫານ, ເຄື່ອງດື່ມໝົດອາຍຸ ໂດຍການເປັນປະທານຂອງທ່ານ ສົມນິດໄຊ ທະວົງສິດ ຮອງເຈົ້າເມືອງ (ຜູ້ຊີ້ນໍາວຽກງານວັດທະນະທຳ-ສັງຄົມ), ມີຄະນະກຳມະການກວດກາຮ້ານຄ້າ ແລະຮ້ານອາຫານ ແລະຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

 ທ່ານ ອ່ອນແກ້ວ ວົງຄໍາແດງ ຫົວໜ້າໜ່ວຍງານອາຫານ ແລະຢາໄດ້ຜ່ານສະຫຼຸບລາຍງານການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງຢູ່ຕາມຕະຫຼາດຮ້ານຄ້າ ແລະຮ້ານອາຫານໃນນີ້ທີມງານກວດກາໄດ້ຈັດຕັ້ງປະຕິບັດຢູ່ໃນຕະຫຼາດ 4 ແຫ່ງຄື: ຕະຫຼາດຜາອຸດົມ, ຕະຫຼາດສົມສະຫວ່າງ, ຕະຫຼາດໄຊອຸດົມ, ຕະຫຼາດປຸງ ລາດ ແລະຮ້ານຂາຍເຄື່ອງຍ່ອຍ ຢູ່ພາຍໃນເທສະບານເມືອງຈໍານວນ 47 ຮ້ານ, ຜ່ານການຈັດ ຕັ້ງປະຕິບັດຕົວຈິງໄດ້ພົບເຫັນອາຫານ, ເຄື່ອງດື່ມ ແລະເຄື່ອງສໍາອາງທີ່ໝົດອາຍຸຍັງວາງຂາຍ ຕາມຮ້ານຄ້າຈໍານວນ 21 ລາຍການ ໂດຍລວມປະມານ 250 ກິໂລ, ລວມເປັນມູນຄ່າທັງໝົດ 9,94 ລ້ານກີບ.

  ດັ່ງນັ້ນ, ທາງທີມງານແມ່ນໄດ້ກວດກາ ແລະເກັບເອົາສິນຄ້າດັ່ງກ່າວມາທໍາລາຍຖິ້ມຕາມລະບຽບຫຼັກການຕາມມາດຕະຖານ ແລະເຕັກນິກໃນການຕິດຕາມ ແລະກວດກາຄຸນນະພາບຄວາມປອດໄພອາຫານ, ເພື່ອກວດກາຜະລິດຕະພັນນໍາເຂົ້າ, ຜະລິດຕະພັນຕ້ອງຫ້າມ, ສິນຄ້າໝົດອາຍຸ, ພ້ອມນີ້ຄະນະກຳມະການກວດກາຮ້ານຄ້າ ແລະຮ້ານອາຫານໄດ້ສຶກສາອົບຮົມ ແລະກ່າວເຕືອນຕໍ່ຜູ້ປະກອບການຄ້າ-ຂາຍ.

  ທັງນີ້, ເພື່ອເຮັດໃຫ້ຜູ້ດຳເນີນທຸລະກິດຄ້າ-ຂາຍດຳເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍ ແລະເປັນການປົກປ້ອງຜູ້ອຸປະໂພກ-ບໍລິໂພກໃນສັງຄົມໃຫ້ໄດ້ຊົມໃຊ້ສິນຄ້າທີ່ຖືກຕ້ອງ ແລະມີຄຸນນະພາບດີ.

----

ໜັງສືພິມ ເສດຖະກິດ-ສັງຄົມ