ເຈົ້າເມືອງວຽງຄຳ ຊຸກຍູ້ບັນດາບ້ານເອົາໃຈໃສ່ ກວດຄົນເຂົ້າ-ອອກ

ຂ່າວ: ວິໄລກອນ

    ລະຫວ່າງວັນທີ 19-20 ກັນຍາ 2021ນີ້ ທ່ານ ຊາຍພອນ ຈັນທຸມມາ ເຈົ້າເມືອງໆວຽງຄຳພ້ອມດ້ວຍຄະນະສະເພາະກິດຂັ້ນເມືອງໄດ້ເຄື່ອນໄຫວລົງຕິດຕາມ, ກວດກາຈຸດກັ່ນຕອງຂອງເມືອງ ບ້ານພູຜັກແພວ ຊາຍແດນລະຫວ່າງ ເມືອງວຽງຄຳ ແລະເມືອງງອຍ ແລະຈຸດກັ່ນຕອງບ້ານໜອງຄຳ ຊາຍແດນ ເມືອງວຽງຄຳ ແຂວງຫຼວງພະບາງ ແລະເມືອງຮ້ຽມ ແຂວງຫົວພັນ ພ້ອມທັງບັນດາຈຸດກວດກາຂອງແຕ່ລະບ້ານແຕ່ບ້ານໂພນຄຳ ຫາ ບ້ານນໍ້າຊອຍ, ທັງນີ້ກໍ່ເພື່ອເປັນການຊຸກຍູ້ວຽກງານປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ລາມອອກເປັນວົງກວ້າງ,

 ທ່ານ ເຈົ້າເມືອງໆ ວຽງຄຳ ກ່າວວ່າ: ພະນັກງານ, ທະຫານ, ຕໍາຫຼວດຢູ່ຈຸດກັ່ນຕອງກວດກາຄົນເຂົ້າ-ອອກເມືອງກໍ່ຄືບ້ານຕ້ອງໄດ້ເຂັ້ມງວດຕໍ່ການເດີນທາງເຂົ້າອອກເມືອງ ແລະບ້ານຂອງຕົນ ເປັນຕົ້ນແມ່ນບ້ານທີ່ມີແຮງງານກັບຈາກເຂດສ່ຽງທີ່ໄດ້ກັກບໍລິເວນຢູ່ຂັ້ນເມືອງຄົບ 14 ວັນແລ້ວ ແລະສືບຕໍ່ກັກບໍລິເວນຢູ່ບ້ານຂອງຕົນໃຫ້ຄົບອີກ 14 ວັນອີກນັ້ນ ແມ່ນໃຫ້ຕິດຕາມ, ກວດກາລະອຽດຮັບປະກັບບໍ່ໃຫ້ຜູ້ກັກບໍລິເວນມີການພົວພັນກັບຄົນພາຍໃນຄອບຄົວ ແລະບຸກຄົນອື່ນຈົນກວ່າຈະຄົບຕາມກຳ ນົດເວລາກັກບໍລິເວນ, ພ້ອມກັນນີ້ກໍ່ຮຽກຮ້ອງເຖິງປະຊາຊົນທຸກຊັ້ນຄົນຈົ່ງເພີ່ມສະຕິລະວັງຕົວໃນການປະຕິບັດມາດຕະການຂອງຄໍາສັ່ງເລກທີ 15/ນຍ ແລະຄໍາສັງເລກ ທີ 03 ຂອງເຈົ້າເມືອງລົງວັນທີ 12 ກັນຍາ 2021 ໃຫ້ເຂັ້ມງວດເປັນຕົ້ນແມ່ນບໍ່ໃຫ້ປະຊາຊົນໄປມາຫາສູ່ກັນລະຫວ່າງບ້ານຕໍ່ບ້ານ, ເມືອງຕໍ່ເມືອງ, ຖ້າມີຄວາມຈຳເປັນອອກຈາກບ້ານຕ້ອງໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືໃສ່ສະບູ ເປັນປະຈໍາ ຫຼືເຈລລ້າງມື, ຕ້ອງຮັກສາໄລຍະຫ່າງ, ຫ້າມຊຸມແຊວ ຫຼືຈັດງານພົບສ້າງສັນ ແລະງານປະເພນີຕ່າງໆ. 

 ຈາກນັ້ນ ທ່ານ ຊາຍພອນ ຈັນທຸມມາ ໄດ້ມອບເຄື່ອງປ້ອງກັນຈໍານວນໜຶ່ງເພື່ອສະໜັບສະໜູນວຽກງານປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາຈຸດຂອງເມືອງ ແລະຂອງບ້ານນຳອີກ.