ວົງບີທີເອສ ເປັນຜູ້ແທນພິເສດສຳລັບຄົນຮຸ່ນໃໝ່

   ວົງບີທີເອສ ນັກຮ້ອງດັງ ສ.ເກົາຫຼີ ໄດ້ຖືກແຕ່ງຕັ້ງຈາກປະທານາທິບໍດີ ສ.ເກົາຫຼີ ໃຫ້ເປັນຜູ້ແທນພິເສດສໍາລັບຄົນຮຸ່ນໃໝ່ ແລະວັດທະນະທໍາ.

  ວັນທີ 14 ກັນຍາ 2021 ສໍານັກຂ່າວສ.ເກົາຫຼີ ແລະຕ່າງປະເທດລາຍງານວ່າ ວົງ BTS (ບີທີເອສ) ນັກຮ້ອງຊື່ດັງຢູ່ ສ.ເກົາຫຼີ ໄດ້ຮັບແຕ່ງຕັ້ງຈາກປະທານາທິບໍດີ ສ.ເກົາຫຼີ Moon Jae in (ມຸນແຈອິນ) ຂຶ້ນຮັບໜັງສືແຕ່ງຕັ້ງເປັນຜູ້ແທນພິເສດສໍາລັບຄົນຮຸ່ນໃໝ່ ແລະວັດທະນະທໍາ (Speacial Presidential Envoy for Future Generations and Culture) ເຊັ່ນການເຕີບໃຫຍ່ທີ່ຢັ້ງຢືນ ແລະເພື່ອຂະຫຍາຍຄວາມສາມາດທາງການທູດໃຫ້ເໝາະກັບສະຖານະຂອງປະເທດທີ່ໄດ້ຮັບ ການຍົກລະດັບຈາກປະຊາຄົມລະຫວ່າງປະເທດ ຊຶ່ງໄດ້ຈັດຕັ້ງຂຶ້ນຢູ່ທີ່ສໍານັກງານປະທານາທິບໍດີສ.ເກົາຫຼີ ໃນຕອນເຊົ້າທີ່ຜ່ານມາ.

-----

ໜັງສືພິມ ເສດຖກິດ-ສັງຄົມ