ລັດ ຄຸມເຂັ້ມຕ້ານລັກລອບ ແລະປອມແປງສິນຄ້າ 3 ປີ ພົບລະເມີດກວ່າ 3 ພັນກໍລະນີ

ຂ່າວ: ຣັດສະໝີ ດວງສັດຈະ

 ປະຈຸບັນ, ທົ່ວໂລກໄດ້ນໍາໃຊ້ເຕັກໂນໂລຊີ້ທີ່ທັນສະໄໝເຂົ້າໃນການພັດທະນາ ແລະການຜະລິດວັດຖຸ-ສິນຄ້າຕ່າງໆ ແລະເປັນທີ່ຍອມຮັບຂອງສັງຄົມຫຼາຍຂຶ້ນ; ແຕ່ຂະນະດຽວກັນ, ກໍ່ມີກຸ່ມຄົນຈໍານວນໜຶ່ງໄດ້ມີການນໍາເຂົ້າ ຫຼື ປອມແປງ, ຮຽນແບບສິນຄ້າຫຼາຍປະເພດ-ຫຼາຍ ຊະນິດ, ສໍາລັບ ສປປ ລາວ ກໍ່ມີການພົບກັບບັນຫາດັ່ງກ່າວ ເປັນບາງຄັ້ງຄາວຢູ່ໃນທ້ອງຕະຫຼາດ, ຮ້ານຄ້າຂາຍຍ່ອຍທີ່ໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ບໍລິໂພກ. 

 ດັ່ງນັ້ນ, ກະຊວງອຸດສາຫະກໍາ ແລະການຄ້າຈຶ່ງໄດ້ຈັດຕັ້ງປະຕິບັດດໍາລັດທີ່ບໍ່ມີທະບຽນວິສາຫະກິດໄດ້ທັງໝົດ 3.454 ກໍລະນີ ໃນນີ້ໄດ້ແກ້ໄຂແລ້ວ 3.400 ກໍລະນີ, ຍັງຄ້າງ 54 ກໍລະນີ, ຄິດເປັນມູນຄ່າລວມທັງໝົດ 8,59 ຕື້ກ່ວາກີບ ໃນນີ້ມູນຄ່າຂາຍເຄື່ອງຮິບ 408,57 ລ້ານກ່ວາກີບ, ມູນຄ່າການປັບໃໝ 5,98 ຕື້ກີບ, ມອບເຂົ້າຄັງງົບປະມານລັດ 4,21 ຕື້ກ່ວາກີບ, ຫັກຄ່າສິ້ນເປືອງ 1,14 ຕື້ກ່ວາກີບ ແລະສິນຄ້າໝົດອາຍຸ, ລອກຮຽນແບບ, ບໍ່ມີຄຸນນະພາບ, ຢາສູບເຖື່ອນທີ່ໄດ້ທໍາລາຍຖີ້ມເປັນມູນຄ່າ 5,76 ຕື້ກ່ວາກີບ, ນອກນັ້ນຍັງສືບຕໍ່ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງເພື່ອຕ້ານ ແລະສະກັດກັ້ນການຄ້າຂາຍນອກລະບົບສາມາດກັກ, ຢຶດບາງ ປະເພດສິນຄ້າອຸປະໂພກ ແລະບໍລິໂພກໄດ້ຈໍານວນໜຶ່ງເປັນຕົ້ນສິນຄ້າບໍລິໂພກ ທີ່ໝົດອາຍຸການນໍາໃຊ້, ສິນຄ້າເຊື່ອມຄຸນນະພາບ, ສິນຄ້າປອມແປງ.

  ໂດຍປະຕິບັດຂໍ້ຕົກລົງສະບັບ ເລກທີ 3784/ກງ, ລົງວັນທີ 20 ກັນຍາ 2019 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊ່ວຍວຽກຄະນະສະເພາະກິດສົ່ງເສີມການຜະລິດ ແລະຊົມໃຊ້ຜະລິດຕະພັນທີ່ຜະລິດໄດ້ຢູ່ພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ສະບັບເລກທີ 51/ນຍ, ລົງ ວັນທີ 30 ສິງຫາ 2019, ຫຼືຄະນະສະເພາະກິດຕາມຂໍ້ຕົກລົງ 99/ ນຍ, ກະຊວງ ອຄ ໃນນາມຫົວໜ້າຄະນະໜ່ວຍງານທີ 2 ຂອງຄະນະ 51 ກ່ຽວກັບການສົ່ງເສີມການຜະລິດ ແລະຕ້ານການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຈຸງານທີ 1 ເພື່ອເຄື່ອນໄຫວຕິດຕາມ, ກວດກາການລັກລອບນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກປະເພດສະບຽງອາຫານ ແລະພືດຜັກ; ຈາກນັ້ນ, ກໍ່ມີການເຄື່ອນໄຫວຕິດຕາມກວດກາການລັກລອບສິນຄ້າດັ່ງກ່າວຢູ່ຕາມດ່ານຕ່າງໆ ແລະຕາມຈຸດ ລຽບແມ່ນໍ້າຂອງເປັນຕົ້ນດ່ານຂົວມິດຕະພາບສາກົນລາວ-ໄທ 1, ດ່ານທ້ອງຖິ່ນ ທ່າເດື່ອ, ເກົ້າລ້ຽວ, ບ້ານວັງ ແຂວງວຽງຈັນສາມາດ ຕ້ານ, ສະກັດກັ້ນ ແລະຢຶດສິນຄ້າ ປະເພດພືດຜັກທີ່ລັກລອບນໍາເຂົ້າແລະມີສານເຄມີເຈືອປົນເກີນມາດຕະຖານທີ່ກໍານົດ(ສານປົນເປື້ອນ).

   ໃນໄລຍະປີ 2020 ໄດ້ຕິດຕາມກວດກາ ແລະຊີ້ນໍາໆພາພະແນກ ອຄ ນະຄອນຫຼວງວຽງຈັນ ຕິດຕາມກວດກາການລັກລອບນໍາເຂົ້າສິນຄ້າປະເພດພືດຜັກຈາກຕ່າງປະເທດ ແລະພົບເຫັນມີການລະເມີດ 13 ກໍລະນີ, ນໍ້າໜັກ 11.674 ກິໂລ ລວມມູນຄ່າທັງໝົດ 110,92 ລ້ານ ກີບ ໃນນີ້ມີພືດຜັກ ແລະ ໝາກໄມ້ນໍາເຂົ້າຈາກຫວຽດນາມ 8.949 ກິໂລ ມູນຄ່າ 86,53 ລ້ານກີບ, ພືດຜັກນໍາເຂົ້າຈາກໄທ 2.728 ກິໂລ ມູນຄ່າ 24,39 ລ້ານກີບ, ສິນຄ້າເຄື່ອງຂອງດັ່ງກ່າວບໍ່ມີເອກະສານ ກໍາກັບດ້ານສຸຂະອະນາໄມ ແລະບໍ່ຮັບປະກັນຄວາມປອດໄພໃຫ້ແກ່ຜູ້ຊົມໃຊ້ທັງເປັນຜົນກະທົບໃຫ້ແກ່ຊາວກະສິກອນຜູ້ຜະລິດພາຍໃນຈຶ່ງໄດ້ນໍາໄປທໍາລາຍຖິ້ມ.

   ຜ່ານມາຍັງປະກົດມີການລັກລອບສິນຄ້ານໍາເຂົ້າຜ່ານດ່ານສາກົນ, ທ້ອງຖິ່ນ ແລະປະເພນີທັງໃນກໍລະນີແຈ້ງເປັນເຄື່ອງຂອງຕິດຕົວຜູ້ໂດຍສານ ຫຼືກໍລະນີນໍາເຂົ້າຈໍານວນຫຼາຍລາຍການສິນຄ້າແຕ່ແຈ້ງຈໍານວນ ແລະມູນຄ່າບໍ່ສອດຄ່ອງກັບໃບແຈ້ງພາສີ ແລະມູນຄ່າຕົວຈິງລວມທັງການຊຸກເຊື່ອງສິນຄ້າອື່ນມາພ້ອມ; ການກວດກາສິນ ຄ້ານໍາເຂົ້າສ່ວນໃຫຍ່ເປັນລັກສະນະກວດກາດ້ວຍເອກະສານ ແລະຕາເປົ່າຊຶ່ງມີພຽງບາງດ່ານເທົ່ານັ້ນ (ເປັນຕົ້ນດ່ານຂົວມິດຕະພາບ 1) ທີ່ມີການກວດກາຄຸນນະພາບ ແລະມາດຕະຖານສິນຄ້າລວມທັງການວິໄຈສານຕົກຄ້າງຕ່າງໆ; ຄວາມຮູ້-ຄວາມສາມາດ ແລະຈໍານວນຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງລວມທັງເຄື່ອງມືອຸປະກອນຮັບໃຊ້ ເຂົ້າໃນການກວດກາ ແລະກວດສອບຄຸນນະພາບ ແລະມາດຕະຖານສິນຄ້າທັງຢູ່ດ່ານ ແລະຕາມທ້ອງຕະຫຼາດຍັງຈໍາກັດ; ການອະນຸຍາດນໍາເຂົ້າສິນຄ້າບາງຄັ້ງກໍ່ຍັງເຫັນວ່າບໍ່ທັນສອດຄ່ອງ.

  ເຖິງແນວໃດກໍ່ຕາມສະເໜີໃຫ້ສະມາຊິກສະພາພ້ອມພຽງກັນຊ່ວຍເຜີຍແຜ່ ແລະຊຸກຍູ້ຊີ້ນໍາປະຊາຊົນໃນເຂດທີ່ຕົນຮັບຜິດຊອບຫັນວິກິດເປັນໂອກາດກໍ່ຄືໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ມາສຸມໃສ້ທໍາການຜະລິດຮອງຮັບໃຫ້ແກ່ການບໍລິໂພກພາຍໃນໃຫ້ໄດ້ຢ່າງພຽງພໍເພື່ອຫຼຸດຜ່ອນການນໍາເຂົ້າທັງເປັນການຮັບປະກັນລາ ຄາບໍ່ໃຫ້ມີການເໜັງຕີງສູງ ແລະບໍ່ເອື່ອຍອີງໃສ່ການບໍລິໂພກຂອງສິນຄ້ານໍາເຂົ້າຫຼາຍເກີນໄປ; ພ້ອມນີ້, ສະເໜີໃຫ້ຂະແໜງການກ່ຽວຂ້ອງເນັ້ນໜັກໃນການປະຕິບັດຂັ້ນ ຕອນການອະນຸຍາດນໍາເຂົ້າສິນຄ້າຢ່າງເຄັ່ງຄັດເພື່ອຈໍາກັດ ແລະຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ ແລະຫັນມາຊົມໃຊ້ຜະລິດຕະພັນພາຍໃນທີ່ສາມາດຜະລິດໄດ້; ນີ້ຄືບາງຕອນການຊີ້ແຈງຂອງທ່ານ ປອ. ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາ ແຫ່ງຊາດ ຊຸດທີ IX.