ໝາກອຶ ສຸດຍອດໝາກໄມ້ບ້ານເຮົາທີ່ສາມາດ ປົວພະຍາດໄດ້ຫຼາຍຢ່າງ

  ໝາກອຶ ໃຊ້ປະກອບອາຫານໄດ້ຫຼາຍເມນູເປັນຕົ້ນແມ່ນໝາກອຶຕົ້ມແກງ, ນໍ້າໝາກອຶຄັ້ນສົ້ມ, ໝາກອ່ອນ, ຍອດສາມາດນໍາມາລວກກິນກັບແຈ່ວ, ປົ່ນ ຫຼືຂົ້ວກິນໄດ້ນອກຈາກນີ້ຢູ່ບ້ານເຮົາຍັງນິຍົມເອົາໄປເຮັດນໍ້າຫວານໝາກອຶ, ບວດໝາກອຶ ແລະທອດໝາກອຶອີກດ້ວຍ ແລະມີປະໂຫຍດຕໍ່ສຸຂະພາບຮ່າງກາຍຂອງຄົນເຮົາມີສັບພະຄຸນໃນການຕ້ານພະຍາດໄດ້ຫຼາຍພະຍາດດັ່ງນີ້:

  • ປ້ອງກັນການເປັນພະຍາດ ໜີ້ວ.
  • ຊ່ວຍພື້ນຟູກ້າມເນື້ອຫຼັງຈາກອອກກຳລັງກາຍແລ້ວ.
  • ເສີມສ້າງລະບົບພູມຄຸມກັນໃນຮ່າງກາຍ.
  • ຊ່ວຍບຳລຸງ ແລະຮັກສາສາຍຕາ
  • ຊ່ວຍປ້ອງກັນພະຍາດເບົາຫວານ.

-----

ຮຽບຮຽງ: ຟ້າ