ນັກຮ້ອງສາວຄົນດັງທັງລວຍ-ມີອິດທິພົນ ທີ່ສຸດຂອງໂລກ

  ນັກຮ້ອງສາວຄົນດັງຣີຮານນ່າ ລວຍທີ່ສຸດໂດຍມີຊັບສິນຫຼາຍ ເຖິງ 1,7 ຕື້ໂດລາສະຫະລັດ ແລະຂຶ້ນເປັນບໍລິສັດທີ່ມີອິດທິພົນທີ່ສຸດຂອງໂລກ.

  ນັກຮ້ອງຊຸບຕາສາວທີ່ງົດງາມ ແລະລວຍທີ່ສຸດ ຣີຮານນ່າ ຫຼື ຣໍ ບິນ ຣີແອນນາ ເຟນຕີ ນອກຈາກຈະຮ້ອງເພງແລ້ວລາວຍັງກາຍເປັນເຈົ້າຂອງທຸລະກິດ ແລະເຄື່ອງສຳອາງພາຍໃຕ້ຍີ່ຫໍ້ Fenty Be auty ທີ່ຕອນນີ້ໄປໄດ້ດີຈົນຫຼ້າສຸດເວັບໄຊ www.forbes.com ໄດ້ຈັດອັນດັບມະຫາເສດໜ້າໃໝ່ ແລະແນ່ ນອນວ່າ ຣີຮານນ່າ ຕິດອັນດັບໂດຍມູນຄ່າຊັບສິນຂອງລາວມີຫຼາຍເຖິງ 1,7 ຕື້ໂດລາ ເທົ່ານັ້ນຍັງບໍ່ພໍຫຼ້າສຸດມີການເປີດເຜີຍຈາກວາລະສານ TIME ຈັດອັນ ດັບໃຫ້ຍີ່ຫໍ້ SavagexFenty ຂອງຣີຮານນ່າ ເປັນໜຶ່ງໃນຮ້ອຍບໍລິສັດທີ່ມີອິດທິພົນທີ່ສຸດຂອງໂລກປະຈຳປີ 2021 ເອີ້ນໄດ້ວ່າ ທັງລວຍທັງມີອິດທິພົນຢ່າງໃດກ່ໍຕາມແຟນໆເພງທົ່ວໂລກຕ່າງເຝົ້າລໍການກັບມາສ້າງຜົນງານເພງຂອງລາວອີກຄັ້ງ.

-----

ໜັງສືພິມ ເສດຖະກິດ-ສັງຄົມ