BANG & OLUFSEN ເຜີຍໂສມ BEOPLAY EQ ຫູຟັງ True Wireless ລຸ້ນໃໝ່ຫຼ້າສຸດ

  Bang &ຂໍສະເໜີ Beoplay EQ ຫູຟັງ True Wireless ລຸ້ນທຳອິດທີ່ມາພ້ອມເຕັກໂນໂລຊີຕັດສຽງລົບກວນແບບ Adaptive Noise Cancellation ທີ່ຊ່ວຍກຳຈັດສຽງລົບກວນ ໂດຍຮອບອອກໄປໄດ້ຢ່າງມີປະສິດທິພາບໃຫ້ພູມໃຈກັບຄຸນນະພາບສຽງອັນເປັນເອກະລັກຂອງ Bang & Olufsen ໄດ້ຢ່າງເຕັມອີ່ມ.

  ຫູຟັງສຸດຫຼູລຸ້ນນີ້ສ້າງສັນມາເພື່ອໃຊ້ງານໃນຊີວິດປະຈຳວັນ ໂດຍ ປະສົມປະສານເຕັກໂນໂລຊີລໍ້າສະໄໝຄວາມສະບາຍ ແລະຄວາມທົນທານຕະຫຼອດສຽງສົນທະນາທີ່ຄົມຊັດເໜືອກວ່າໃຜຈາກເຕັກໂນໂລຊີBeamformingທີ່ວິເຄາະ ແລະຈັບສຽງສົນທະນາໄດ້ຢ່າງແມ່ນຢຳດັ່ງນັ້ນບໍ່ວ່າທ່ານຈະເຮັດວຽກຢູ່ເຮືອນເດີນທາງໄປເຮັດວຽກຫຼືທ່ອງທ່ຽວພັກຜ່ອນ Beoplay EQ ຈະເປັນເພື່ອນຄູ່ຫູທີ່ທ່ານພົກພາໄປທຸກທີ່ ໂດຍບໍ່ຕ້ອງກັງວົນກັບສຽງລົບກວນທີ່ເກີດຂຶ້ນໃນຊີ ວິດປະຈຳວັນເລີຍ.

  ຕອນເຮົາສ້າງ BeoplayEQ ເຮົາຕັ້ງໃຈວ່າຈະມອບຜະລິດຕະພັນທີ່ຕອບສະໜອງຄວາມຕ້ອງການຂອງລູກຄ້າບໍ່ວ່າພວກເຂົາຈະນຳໄປໃຊ້ງານລະຫວ່າງເດີນທາງເຮັດທຸລະກິດຫຼືພັກຜ່ອນຢ່ອນໃຈກໍ່ຕາມເຮົາຈຶ່ງອອກແບບຫູຟັງໃຫ້ ຮັບກັບຫົວເພື່ອຄວາມສະບາຍໃນການໃຊ້ງານ ແລະໃຫ້ສຽງຄົມຊັດຊົງພະລັງຕອບໂຈດຂອງຄົນຮັກງານອອກແບບແລະສຽງເພງໄດ້ເປັນຢ່າງດີ.

-----

ໜັງສືພິມ ເສດຖະກິດ-ສັງຄົມ