ມອບ-ຮັບອາຄານຮຽນ ມ.ຕົ້ນສົງເມືອງເງິນ

  ເມື່ອບໍ່ດົນຜ່ານມາ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີ ມອບ-ຮັບ ອາຄານຮຽນ ມ.ຕົ້ນ ສົງ ແລະມອບຮັບອຸປະກອນການສຶກສາພາຍໃຕ້ການເປັນປະທານຮ່ວມຂອງພຣະຄູ ຄຳແສງ ສິຣິທຳ ໂມປະທານອົງການພຸດທະສາສະໜາສຳພັນລາວເມືອງເງິນ, ມີພຣະຫຼັກຄຳອຸດົມແຫວນຄຳກຳມະການສູນກາງ ອພສ, ມີທ່ານ ອິນເນດ ຂຽວສີຟ້າປະທານແນວລາວສ້າງຊາດເມືອງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານປະທານແນວລາວສ້າງຊາດເມືອງໄດ້ລາຍງານໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນສົງພ້ອມທັງກ່າວມອບໂຮງຮຽນດັ່ງກ່າວໃຫ້ທາງອົງການພຸດທະສາສະໜາສຳພັນລາວ ເມືອງເງິນໂຮງຮຽນມັດທະຍົມຕອນຕົ້ນສົງຕັ້ງຢູ່ທີ່ວັດດອນແກ້ວ ບ້ານແກ້ວ ດອນຄູນ ໄດ້ເລີ່ມກໍ່ສ້າງມາແຕ່ວັນ ທີ 15 ພຶດສະພາ 2021 ເປັນຕົ້ນມາອາຄານດັ່ງກ່າວເປັນອາຄານຊັ້ນດຽວມີຄວາມກວ້າງ 8 ແມັດ, ຍາວ 42 ແມັດ , ປະກອບມີ 6 ຫ້ອງ; ເປັນອາຄານຖາ ວອນ, ມີມູນຄ່າກໍ່ສ້າງທັງໝົດ 552 ລ້ານກີບ ຊຶ່ງໄດ້ຈາກການຈັດງານບວດ, ງານບຸນຜ້າປ່າສາມັກຄີຈາກນະຄອນຫຼວງວຽງຈັນພ້ອມດຽວກັນນີ້, ຍັງໄດ້ຮັບຈາກການບໍລິຈາກໆຜູ້ທີ່ມີຄວາມເຫຼື້ອມໃສສັດທາທັງພາຍໃນ ແລະຕ່າງປະເທດມາຮອດປະຈຸບັນ, ແມ່ນສຳເລັດ 80% ແລະຈະໄດ້ໂຈະການກໍ່ສ້າງ ເນື່ອງຈາກວ່າ ຂາດເຂີນທາງທຶນຮອນໃນການກໍ່ສ້າງ ແລະຈະໄດ້ເປີດຮຽນໄປກ່ອນ ແຕ່ຊັ້ນ ມ.1 ຫາ ມ.3 ໃນສົກ ຮຽນ 2021-2022 ສໍາລັບວຽກງານທີ່ຍັງຄ້າງຈະໄດ້ສືບຕໍ່ເປັນຕົ້ນຕິດເພດານນອກ ແລະໃນອາຄານ, ຕິດຕັ້ງອຸປະກອນໄຟຟ້າ, ໃສ່ປະຕູມ້ວນຝ່າກາງ 4 ອັນ, ປູກະໂລພື້ນ, ທາສີນອກ ແລະໃນອາຄານ, ສ້າງຫ້ອງນໍ້ານັກຮຽນ.

  ຕອນທ້າຍພິທີພຣະຫຼັກຄຳ ອຸດົມແຫວນຄຳ ແລະທີມງານພຣະສົງຈາກນະຄອນຫຼວງວຽງຈັນໄດ້ມອບອຸປະກອນການຮຽນ-ການສອນ ທີ່ໄດ້ຮັບການບໍລິ ຈາກປະກອບສ່ວນຈາກພາກສ່ວນຕ່າງໆໃຫ້ທາງໂຮງຮຽນ ມ.ຕົ້ນສົງເມືອງເງິນ ເຊັ່ນ: ປຶ້ມຕຳລາ ມ.1-ມ.4 ຈຳນວນ 100 ຊຸດ, ປຶ້ມຂຽນ ແລະອຸປະ ກອນການຮຽນທີ່ຈຳເປັນ ລວມມູນຄ່າທັງໝົດ 17 ລ້ານກວ່າກີບ ແລະພຣະຫຼັກຄຳອຸດົມ ແຫວນຄຳ ຍັງກ່າວຕື່ມວ່າ: ຂໍເຊີນຊວນບັນດາທ່ານ ຊາວພຸດທະສາສະນິກະຊົນ, ບໍລິສັດ, ນັກທຸລະກິດຜູ້ປະກອບການ, ບຸກຄົນ, ນິຕິບຸກຄົນທີ່ມີຈິດໃຈເຫຼື້ອມໃສສັດທາຮ່ວມກັນບໍລິຈາກ, ຈະເປັນວັດສະດຸກໍ່ສ້າງ ຫຼື ທຶນຮອນຕາມກຳລັງສັດທາເພື່ອເປັນທຶນຮອນໃນການສືບຕໍ່ກໍ່ສ້າງໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

-----

ໜັງສືພິມ ເສດຖະກິດ-ສັງຄົມ