ຄຳມ່ວນ ຫາລືສູ້ໂຄວິດ

  ວັນທີ 13 ກັນຍາ 2021 ແຂວງຄຳມ່ວນໄດ້ປຶກສາຫາລືການເພີ່ມທະວີຄວາມເຂັ້ມງວດມາດຕະການປ້ອງກັນ, ສະກັດກັ້ນ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີບັນດາທ່ານໃນຄະນະສະເພາະກິດ, ຄະນະກອງເລຂາຂັ້ນແຂວງ, ຂັ້ນເມືອງ, ບັນດາພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.
   ກອງປະຊຸມແມ່ນໄດ້ຮັບຟັງການລາຍງານກ່ຽວກັບສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ແຂວງຄຳມ່ວນໃນປະຈຸບັນກໍ່ຄືການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 07 ຂອງທ່ານເຈົ້າແຂວງຄຳມ່ວນວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນແຂວງໂດຍມີການປະເມີນຄືນບັນດາມາດຕະການຕ່າງໆ ແລະປຶກສາຫາລືເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ-ສິ່ງທ້າທາຍ ແລະຊອກຫາວິທີທາງແກ້ໄຂໂດຍສະເພາະມາດຕະການໃດທີ່ຄວນຈະສືບຕໍ່ ແລະ ມາດຕະການທີ່ຄວນຈະເພີ່ມທະວີຄວາມເຂັ້ມງວດຂຶ້ນຕື່ມລວມເຖິງມາດຕະການອື່ນໆ ທີ່ຄວນຈະກຳນົດອອກໃນຄຳສັ່ງ, ແຈ້ງການຂອງຄະນະສະເພາະກິດເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າແນໃສ່ເຮັດໃຫ້ວຽກງານການຄວບຄຸມ, ປ້ອງກັນ ແລະສະກັດກັ້ນການແຜ່ລະບາດຢູ່ພາຍໃນແຂວງຄຳມ່ວນສາມາດຢັບຢັ້ງການຕິດເຊື້ອໄດ້ຢ່າງມີປະສິດທິພາບສູງ.
   ປະຈຸບັນເຫັນວ່າຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໃນແຂວງຄຳມ່ວນແມ່ນມີຈຳນວນເພີ່ມຂຶ້ນໃນແຕ່ລະວັນໂດຍສະເພາະຈຳນວນຜູ້ຕິດເຊື້ອຢູ່ໃນຊຸມຊົນທີ່ແຜ່ລາມອອກສູ່ບ້ານຕ່າງໆໃນຂອບເຂດເທສະບານແຂວງ ແລະໄດ້ຂະຫຍາຍລົງຮອດບັນດາເມືອງຈຳນວນໜຶ່ງຊຶ່ງໄດ້ສົ່ງຜົນຫະທົບຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ເປັນບັນຫາຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດການຄວບຄຸມ ແລະປ້ອງກັນການແຜ່ລະບາດຂອງຄະນະສະເພາະກິດ.


ຂ່າວ: ກອງຄຳ