ນັກຮ້ອງໄທ “ທັນວາ ຣາສີທະນູ” ເສຍຊີວິດຈາກໂຄວິດ-19

   ສະແດງຄວາມເສຍໃຈກັບເຫດການເສຍຊີວິດຂອງນັກຮ້ອງຊື່ດັງຂອງຊາວໄທ ແລະນັກຮ້ອງໃນດວງໃຈຂອງຊາວລາວ “ທັນວາ ຣາສີທະນູ” ເສຍຊີວິດຈາກໂຄວິດ-19.

ອີງຕາມຂ່າວ Ch3 Tha landnews ຂອງໄທລາຍງານເຊົ້າວັນທີ 8 ກັນຍາ 2021 ນີ້ໃຫ້ຮູ້ວ່າ: ທັນວາ ຣາສີທະນູ ນັກຮ້ອງເພື່ອຊີວິດທີ່ມີຊື່ສຽງໂດ່ງດັງຂອງໄທໄດ້ຈາກໄປຍ້ອນໂຄວິດ-19 ໃນໄວອາຍຸ 51 ປີ. ເຊື່ອແດ່ວ່າຄົນ ລາວຫຼາຍໝື່ນຫຼາຍແສນຄົນຄົງຈະເປັນແຟນເພງຂອງທ່ານເຊັ່ນ “ໄກ່ຕາຟາງ, ປາໄຫຼ, ກິ່ງກ່າທອງ ແລະອື່ນໆ.

   ສະແດງຄວາມເສຍໃຈໃນການຈາກໄປຄັ້ງນີ້ເຊື່ອແດ່ວ່າສຽງເພງຂອງທ່ານຈະກ້ອງກັງວານຢູ່ໃນໃຈຂອງມວນຊົນທັງລາວ ແລະໄທຕະຫຼອດໄປ.