ໄຊສົມບູນ ຫາລືແກ້ໄຂບັນຫາພາກທຸລະກິດ ກ່ຽວກັບນໍາເຂົ້າ-ສົ່ງອອກສິນຄ້າ

   ຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າຂັ້ນແຂວງໄຊສົມບູນ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາພາກທຸລະກິດກ່ຽວກັບການນໍາເຂົ້າ-ສົ່ງອອກສິນຄ້າ ແລະແລກປ່ຽນວິຊາການກ່ຽວກັບປັດໄຈທີ່ສົ່ງຜົນກະທົບຕໍ່ການອຳນວຍຄວາມສະດວກທາງດ້ານການຄ້າຂອງນັກທຸລະກິດທີ່ເຄື່ອນໄຫວການນໍາເຂົ້າ-ສົ່ງອອກສິນຄ້າຢູ່ ແຂວງໄຊສົມບູນ ຂຶ້ນໃນວັນທີ 31 ສິງຫາ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກີລາ ແຂວງໂດຍການເປັນປະທານຂອງທ່ານ ທອງດຳ ຂຸນອຸດົມ, ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ, ທັງເປັນຮອງຫົວໜ້າຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າຂັ້ນແຂວງ, ພ້ອມດ້ວຍຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະພາກສ່ວນທຸລະກິດເຂົ້າຮ່ວມ.

   ພາຍຫຼັງກອງປະຊຸມໄດ້ຮັບຟັງການເຜີຍແຜ່ຄໍາສັ່ງເລກທີ 02 ຂອງນາຍົກລັດຖະມົນຕີວ່າດ້ວຍການປັບປຸງບັນດາລະບຽບການ, ກົນໄກປະສານງານໃນການດຳເນີນ ທຸລະກິດຢູ່ ສປປ ລາວ, ຄໍາສັ່ງເລກທີ 12 ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນໍາ ເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະການເຄື່ອນຍ້າຍສິນຄ້າຢູ່ ສປປ ລາວ ແລະຮັບຟັງບັນດາເອກະສານຕ່າງໆທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າຂັ້ນແຂວງແລ້ວ.

 ຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນລະຫວ່າງພາກທຸລະກິດ ແລະພາກລັດກ່ຽວກັບຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາໂດຍສະເພາະແມ່ນຂັ້ນຂອດການເຄື່ອນຍ້າຍສິນຄ້າອອກຕ່າງປະເທດ ແລະການດຳເນີນຂັ້ນຂອດເອກະສານຕ່າງໆເຊັ່ນການອອກອະນຸຍາດ ແລະຢັ້ງຢືນການນໍາເຂົ້າ-ສົ່ງອອກສິນຄ້າ, ການເສຍພາສີອາກອນ, ການສົ່ງອອກຜະລິດຕະພັນທີ່ເປັນຢາຈາກຊັບພະຍາກອນທໍາມະຊາດ ແລະບັນຫາອື່ນໆອີກ. 

 ທັງນີ້ກໍ່ເພື່ອພ້ອມກັນປັບປຸງ ແລະແກ້ໄຂໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າມີຄວາມສະດວກ ແລະເປັນເອກະພາບກັນພ້ອມທັງຫຼິກລ້ຽງການສ້າງອຸປະສັກຕ່າງໆທາງດ້ານການຄ້າ, ຮັບປະກັນໃຫ້ການດຳເນີນທຸລະກິດຢູ່ແຂວງມີບາດກ້າວຂະຫຍາຍຕົວດີຂຶ້ນໂດຍແກ້ໄຂບັນຫາຄວາມຫຍຸ້ງຍາກຂອງການດຳເນີນທຸລະກິດໃຫ້ຫຼຸດລົງ ກໍ່ຄືຂັ້ນຕອນການອອກອະນຸຍາດຕ່າງໆໃຫ້ມີຄວາມວ່ອງໄວ, ໂປ່ງໃສທັງເຮັດໃຫ້ນັກລົງທຶນທັງພາຍໃນ ແລະຕ່າງປະເທດມີຄວາມເຊື່ອໝັ້ນ ແລະພ້ອມກັນເຂົ້າມາດຳເນີນ ແລະຂະຫຍາຍທຸລະກິດຢູ່ແຂວງໄຊສົມບູນໃຫ້ນັບມື້ນັບຫຼາຍຂຶ້ນ.