ສາລະວັນ ເຊື່ອມຊຶມເອກະສານ 71 ປີ ແຫ່ງການຂະຫຍາຍຕົວວຽກງານການເງິນ

ໂດຍ: ກິນດາວັນ ອ້ວນນາຄູ

 ເມື່ອບໍ່ດົນມານີ້, ພະແນກ ການເງິນແຂວງສາລະວັນໄດ້ເຊື່ອມຊຶມເອກະສານ 71 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງການເງິນ (13 ສິງຫາ 1950-13 ສິງຫາ 2021) ໂດຍການບັນລະຍາຍເອກະສານຂອງ ທ່ານ ຫົງແກ້ວ ມາລີຈັນສີ ຮອງຫົວໜ້າພະແນກການເງິນແຂວງ, ມີພະນັກງານການນໍາ, ພະນັກງານ ຫຼັກແຫຼ່ງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

   ທ່ານ ຫົງແກ້ວ ມາລີຈັນສີ ໄດ້ຍົກໃຫ້ເຫັນວ່າ: ບົນເສັ້ນທາງແຫ່ງການເຕີບໃຫຍ່ຂະຫຍາຍຕົວເປັນເວລາ 71 ປີ ວຽກງານລະບົບການເງິນຂອງປະເທດເຮົາແມ່ນ ໄດ້ຜ່ານຄວາມຫຍຸ້ງຍາກຫຼາຍປະການ, ຕະຫຼອດໄລຍະຜ່ານມາພັກໄດ້ເຫັນຄວາມສໍາຄັນຂອງວຽກງານການເງິນແມ່ນໜຶ່ງໃນບັນຫາທີ່ມີລັກສະນະສັບສົນ ແລະມີຜົນ ກະທົບໃສ່ບັນຫາການເມືອງ, ເສດຖະກິດ-ສັງຄົມ, ດ້ວຍເຫດຜົນດັ່ງກ່າວພັກເຮົາຈິ່ງໄດ້ເອົາໃຈໃສ່ເປັນພິເສດຕໍ່ການນໍາພາວຽກງານການເງິນໂດຍສະເພາະແມ່ນວຽກງົບປະມານຊຶ່ງສະແດງອອກໃນບັນດາມະຕິຂອງພັກ ແລະ ແຜນງານຂອງລັດເປັນອັນສໍາຄັນໃຫ້ແກ່ການເສີມຂະຫຍາຍບົດບາດຂອງລະບົບການເງິນເພື່ອປະກອບສ່ວນ ຢ່າງເໝາະສົມເຂົ້າໃນການປະຕິບັດແນວທາງນະໂຍບາຍຂອງພັກ ແລະລັດໃນເງື່ອນໄຂທາງປະຫວັດສາດແຕ່ລະໄລຍະມາເຖິງປະຈຸບັນ.

   ນັບແຕ່ມື້ສ້າງຕັ້ງລະບົບການເງິນໃນປີ 1950-1975 ວຽກງານການເງິນໃນໄລຍະນັ້ນໄດ້ຖືກຫັນໄປຮັບໃຊ້ສະໜາມຮົບແນໃສ່ປະກອບສ່ວນຢ່າງເໝາະສົມເຂົ້າໃນ ການປະຕິບັດແນວທາງຕໍ່ສູ້ປົດປ່ອຍຊາດ ແລະກົນໄກການເງິນເວລານັ້ນແມ່ນກົນໄກການເງິນ “ເບີກຈ່າຍແບບບໍລິຫານ” ຊຶ່ງເປັນລະບົບການເງິນທີ່ສອດຄ່ອງກັບ ເງື່ອນໄຂຕົວຈິງ ແລະເປັນການປະກອບສ່ວນຢ່າງສໍາຄັນເຂົ້າໃນໄຊຊະນະເວລານັ້ນ.