ຫຼວງພະບາງ ມົນສະເໜ່ ແຫ່ງຄວາມສວຍງາມ

   ແຂວງຫຼວງພະບາງ  ດິນແດນອະລິຍະທໍາດັ້ງເດີມທີ່ຍັງຫຼົງເຫຼືອຢູ່ປະຈຸບັນໄດ້ສະທ້ອນໃຫ້ເຫັນຮາກເຫງົ້າອັນສວຍສົດງົດງາມໃນສິລະປະຂອງສະຖາປັດຕິຍະກຳ, ວັດທະນະທຳ,ປະເພນີ ແລະຂະນົບທຳນຽມໃນການດຳລົງຊີວິດບໍ່ມີວັນຈືດຈາງຈຶ່ງເຮັດໃຫ້ເປັນເມືອງແຫ່ງມົນສະເໜ່ ແລະ ຄວາມສວຍງາມຂອງນ້ຳຕົກຕາດເພາະຄວາມເປັນເອກະລັກຂອງນີ້ໄດ້ສະແດງໃຫ້ເຫັນເຖິງຄວາມສວຍງາມ, ແຂວງຫຼວງພະ ບາງມີສິ່ງທີ່ສາມາດສະກົດຈິດໃຈນັກທ່ອງທ່ຽວໃຫ້ຫຼົງໄຫຼເຊັ່ນ: ນ້ຳຕົກຕາດກວາງຊີ, ນໍ້າຕົກຕາດແສ້,ວັດຊຽງທອງ,ຖໍ້າຕິ່ງ,ທາດພູສີ,ຫໍພິພິທະພັນແຫ່ງຊາດ, ຕະຫຼາດ ກາງຄືນ, ການໃສ່ບາດຍາມເຊົ້າ, ຕາດຫ່ຽນ, ການຍ່າງເລາະເບິ່ງຊຸມຊົນກັບວິຖີຊີວິດແບບດັ້ງເດີມ ແລະ ທໍາມະຊາດເມືອງງອຍ.

  ຕາດຫ່ຽນ ສະຖານທີ່ທ່ອງທ່ຽວແຫ່ງນີ້ເປັນສະຖານທີ່ທີ່ມີຄວາມສົມບູນຂອງທຳມະຊາດ, ປະກອບດ້ວຍປ່າໄມ້ທີ່ຕຶບໜາ ແລະພືດພັນຫຼາຍຊະນິດ, ທັງຍັງເປັນແຫຼ່ງທ່ອງທ່ຽວຕາກອາກາດ, ຍ່າງປ່າຊົມທິວທັດ ທຳມະຊາດ,ນໍ້າຕົກຕາດຫ່ຽນສະຖານທີ່ດັ່ງກ່າວແມ່ນຕັ້ງຢູ່ເມືອງນານ, ຫ່າງຈາກນະຄອນຫຼວງພະບາງປະມານ 48 ກິໂລແມັດ ແລະ ຫ່າງຈາກຕົວເມືອງນານ ປະມານ 14  ກິໂລແມັດ.

   ນໍ້າຕົກຕາດທີ່ວ່ານີ້ນັກທ່ອງທ່ຽວສາມາດລົງຫຼິ້ນນໍ້າທີ່ເຢັນສະບາຍໄດ້ຢູ່ບໍລິເວນກ້ອງນໍ້າຕົກ, ສ່ວນຢູ່ດ້ານລຸ່ມຂອງຕາດກໍມີໂງ່ນຫີນໄວ້ໃຫ້ທ່ານໄດ້ນັ່ງພັກຜ່ອນຢ່ອນໃຈນອກຈາກຄວາມສວຍງາມເຫຼົ່ານັ້ນ ແລ້ວອາກາດກໍຍັງເປັນມິດກັບຜູ້ຄົນທີ່ໄປທ່ອງທ່ຽວ, ຍ້ອນວ່າອາກາດສົດຊື່ນເຢັນສະບາຍມີລົມພັດຜ່ານເປັນໄລຍະເໝາະທີ່ສຸດສໍາລັບຜູ້ຄົນທີ່ຢາກໄປພັກຜ່ອນນັ່ງຫຼິ້ນ, ກິນເຂົ້າປ່າ, ສູບດົມອາກາດສົດ, ຊົມວິວທິວທັດທໍາມະຊາດທີ່ຫາບ່ອນອື່ນໃດມາປຽບໄດ້.