ສົນທະນາດີຈີຕອລ ຟິກແທກ 2021

   ວັນທີ 27 ສິງຫາ 2021 ທີ່ນະຄອນຫຼວງວຽງຈັນ ສະມາຄົມການຄ້າໄອຊີທີລາວໄດ້ຈັດພິທີສົນທະນາດີຈີຕອລ ໃນຫົວຂໍ້ຟິກແທກ 2021 ກ່ຽວກັບເຕັກໂນໂລຊີດ້ານການເງິນ ແລະໄດ້ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືເພື່ອພັດທະນານະວັດຕະກໍາ ແລະການທົດສອບ (Reguiatory Sandbox) ທີ່ນໍາໃຊ້ເຕັກໂນໂລຊີທາງການເງິນ (FinTech) ເປັນກຽດລົງນາມລະຫວ່າງທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງທະນາຄານແຫ່ງ ສປປ ລາວ ແລະທ່ານ ທະນູສອນ ພົນອາມາດ ປະທານ ສະມາຄົມ ການຄ້າໄອຊີທີລາວ ໂດຍເປັນກຽດການເຂົ້າຮ່ວມຂອງທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະການສື່ສານ, ທ່ານນາງ ຈອຍຊາກຸໄຣ ຮອງທູດສະ ຖານທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ທະນູສອນ ພົນອາມາດ ໃຫ້ຮູ້ວ່າ: ສົນທະນາດີຈີຕອລຄັ້ງນີ້ເພື່ອຄົ້ນຫາທ່າແຮງໃນການນໍາໃຊ້ບຼອກເຊນເຂົ້າໃນເຕັກໂນໂງຊີດ້ານການເງິນທີ່ສະໜັບສະໜູນເປົ້າ ໝາຍການພັດທະນາຂອງລັດຖະບານລາວ ແລະ ສາມາດສະໜັບສະໜູນນວິສາຫະກິດຂະໜາດນ້ອຍ ແລະ ກາງໃຫ້ເຕີບໃຫຍ່, ເພື່ອສົ່ງເສີມຄວາມອຸດົມຮັ່ງມີຢູ່ເຂດຊົນນະບົດ ແລະເຊື່ອມ ໂຍງເສດຖະກິດລາວເຂົ້າກັບເສດຖະກິດອາຊຽນ ແລະເສດຖະກິດໂລກເປັນກ້າວໆ.

  ຟິກແທກ 2021 ເຕັກໂນໂລຊີດ້ານການເງິນແມ່ນທຸລະກິດທີ່ແນໃສ່ສະໜອງທຶນການບໍລິການດ້ານການເງິນດ້ວຍການໜູນໃຊ້ຊອບແວ ແລະເຕັກໂນໂລຊີທີສະໄໝ, ບຼອກເຊນ ແມ່ນປຶ້ມບັນຊີອອນລາຍທີ່ຄົນທົ່ວໄປນໍາໃຊ້ໄດ້ເພື່ອບັນທຶກທຸລະກໍາລະຫວ່າງສອງຝ່າຍຢ່າງມີປະສິດທິພາບ, ສາມາດຢັ້ງຢືນໄດ້ ແລະແບບຖາວອນ ແລະບຼອກເຊນເຊື່ອວ່າສາມາດນໍາໃຊ້ເຂົ້າໃນຫຼາຍຂະແໜງການເປັນຕົ້ນ: ກະສິກໍາ,ການຄ້າ,ການບໍລິການດ້ານການເງິນ ແລະການບໍລິການສຸຂະພາບຄືຂະແໜງສາທາລະນະສຸກ.

   ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ກ່າວວ່າ: ປະຈຸບັນໂລກຂອງພວກເຮົາກ້າວເຂົ້າສູ່ຍຸກທີທັນສະໄໝແຫ່ງການປະຕິວັດອຸດສາຫະກໍາຄັ້ງທີ IV ຫຼື ພວກເຮົາເຄີຍເອີ້ນຫຍໍ້ນໍາກັນວ່າຍຸກອຸດສາຫະກໍາ 4.0.