ທ່ານ ຈຸລິນ ເດີນໜ້າສັ່ງການຂະຫຍາຍການສົ່ງອອກໝາກໄມ້ໄທໃນຕ່າງປະເທດ ເນັ້ນຊ່ອງທາງ Supermarket ແລະອອນລາຍ

  ທ່ານ ຈຸລິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການກະຊວງພານິດເລັ່ງຊຸກຍູ້ການສົ່ງອອກໝາກໄມ້ໄທໃນຕ່າງປະເທດເພື່ອຊ່ວຍເຫຼືອການກະເສດໂດຍໄດ້ສັ່ງການໃຫ້ກົມສົ່ງເສີມການຄ້າລະຫວ່າງປະເທດໂດຍສຳນັກງານສົ່ງເສີມການຄ້າໃນຕ່າງປະເທດປະຈຳວຽງຈັນຈັດກິດຈະກຳໂຄງການສົ່ງເສີມຜູ້ປະກອບ

ການສິນຄ້າອາຫານ, ເຂົ້າ, ໝາກໄມ້ໃນ ສປປ ລາວ ຮ່ວມກັບຊຸບເປີມາເກັດ ລິມປິງ (Thai Food and Fruit Festival 2021) ລະຫວ່າງວັນທີ 27-29 ສິງຫາ 2021 ຊຶ່ງສຳນັກງານສົ່ງເສີມການຄ້າໃນຕ່າງປະເທດປະຈຳວຽງຈັນຮ່ວມກັບຊຸບເປີມາເກັດລິມປິງຊຶ່ງເປັນຊຸບເປີມາເກັດຂອງໄທທີ່ເຂົ້າມາລົງທຶນໃນ ສປປ ລາວ ໂດຍໄດ້ຄັດສັນສິນຄ້າໄທເພື່ອຈັດໂປຣໂມຊັ່ນຫຼາຍກວ່າ 30 ລາຍການໄດ້ແກ່ໝາກໄມ້ຕາມລະດູການເຊັ່ນ: ເງາະ ມັງຄຸດ ລຳໄຍ ທຸລຽນ ສິນຄ້າເຂົ້າ ແລະສິນຄ້າອາຫານ ເພື່ອໃຫ້ຜູ້ບໍລິໂພກໃນ ສປປ ລາວ ແລະຄົນຕ່າງປະເທດທີ່ອາໃສຢູ່ໃນນະຄອນຫຼວງວຽງຈັນ ໄດ້ຈັບຈ່າຍ ແລະບໍລິໂພກ.

   ການຈັດງານດັ່ງກ່າວຍັງມີກິດຈະກຳອື່ນໆ ທີ່ໜ້າສົນໃຈໄດ້ແກ່ກິດຈະກຳສາທິດການປຸງແຕ່ງອາຫານຈາກຮ້ານອາຫານໄທທີ່ໄດ້ຮັບຕາສັນຍາລັກ Thai Select ເພື່ອເຜີຍແຜ່ເມນູອາຫານໄທທີ່ມີຄວາມສົດສະອາດແຊບການຈັດ Workshop ຕ່າງໆເຊັ່ນ: ການຮ້ອຍພວງມາໄລການແກະສະຫຼັກລວມທັງການບໍລິການຮັບປຸງແຕ່ງອາຫານໃຫ້ຟຣີເມື່ອຊື້ສິນຄ້າອາຫານສົດພາຍໃນງານນອກຈາກນີ້ຍັງໄດ້ເພີ່ມຮູບແບບການຈັດງານຜ່ານທາງອອນລາຍໂດຍມີການ Live ສົດ ເພື່ອນຳສະເໜີສິນຄ້າ ແລະຂາຍສິນຄ້າຜ່ານຊ່ອງທາງອອນລາຍເພື່ອໃຫ້ເຂົ້າເຖິງກຸ່ມຜູ້ບໍລິໂພກທີ່ຫຼາກຫຼາຍຂຶ້ນ.


  ການຈັດງານ Thai Food and Fruit 2021 ເປັນການຈັດງານຕໍ່ເນື່ອງເປັນປີທີ 2 ຕອບສະໜອງຕໍ່ນະໂຍບາຍຂອງ ທ່ານ ຈຸລິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການກະຊວງພານິດທີ່ຕ້ອງການໃຫ້ທູດພານິດໃນຖານະໂຕແທນການຄ້າຂອງປະເທດ ຈັບຄູ່ທຸລະກິດ ກັບ ໂຕແທນການຄ້າຂອງແຂວງໂດຍຄັດເລືອກສິນຄ້າໃນທ້ອງຖິ່ນຜ່ານການຈັດງານ In-Store Promotion ຊຶ່ງຈາກການຈັດງານຢ່າງຕໍ່ເນື່ອງເປັນປີທີ 2 ເຮັດໃຫ້ຄົນລາວ ແລະ ຄົນຕ່າງປະເທດໃນນະຄອນຫຼວງວຽງຈັນໄດ້ຮູ້ຈັກສິນຄ້າເຂົ້າອາຫານ ແລະ ໝາກໄມ້ໄທເພີ່ມຫຼາຍຂຶ້ນ ແລະ ໃນປີນີ້ໄດ້ເນັ້ນຍໍ້າແຄມເປນເຊື່ອໝັ້ນສິນຄ້າອາຫານໄທປອດໂຄວິດ-19 ຫຼື Thailand Delivers with Safety ເພື່ອໃຫ້ຜູ້ບໍລິໂພກໝັ້ນໃຈໃນຄຸນນະພາບຂອງສິນຄ້າໄທຕັ້ງແຕ່ຂະບວນການຜະລິດຈົນເຖິງມືຜູ້ບໍລິໂພກອີກດ້ວຍ.

------