ບໍ່ແກ້ວ ປ່ອຍ 63% ໃຫ້ກອງທຶນສິນເຊື່ອບ້ານ

ຂ່າວ: ຣັດສະໝີ ດວງສັດຈະ

    ຜູ້ສື່ຂ່າວພວກເຮົາໄດ້ສໍາພາດ ທ່ານ ສັງຄີ ວົງສະນິດ ຜູ້ປະສານງານການເງິນຊົນນະບົດຂັ້ນແຂວງປະຈຳແຂວງບໍ່ແກ້ວໄດ້ໃຫ້ຮູ້ວ່າ: ໂດຍໄດ້ຮັບການສະໜັບສະໜູນຂອງແຜນງານພັດທະນາທ້ອງຖິ່ນລາວ / 030 ປະຈຳຢູ່ແຂວງບໍ່ແກ້ວພາຍໃຕ້ການຮ່ວມມືລະຫວ່າງກະຊວງແຜນການ ແລະການລົງທຶນ ແລະປະເທດລຸກຊຳບວກຊຶ່ງປະຈຸບັນກອງທຶນສິນເຊື່ອບ້ານຢູ່ແຂວງບໍ່ແກ້ວ, ມີທັງໝົດ 25 ກອງທຶນ, ໃນນີ້ ເມືອງຜາອຸດົມ 14 ກອງທຶນ, ເມືອງປາກທາ 7 ກອງທຶນ, ເມືອງເມີງ 3 ກອງທຶນ ແລະ 1 ກອງທຶນ ຢູ່ເມືອງຫ້ວຍຊາຍ.

    ຜ່ານການຈັດຕັ້ງປະຕິບັດກິດຈະກຳໃນການປ່ອຍສິນເຊື່ອເງິນກູ້ໃຫ້ແກ່ສະມາຊິກຂອງກອງທຶນທັງໝົດ 25 ກອງທຶນ ຢູ່ພາຍໃນ 4 ເມືອງເປົ້າໝາຍ ມີ 4.600.000.000 ກີບ ສາມາດປ່ອຍໄດ້ 3.000.000.000 ກີບ, ໃນນັ້ນແມ່ນ ເງິນສົມທົບຂອງສະມາກອງທຶນ 300.000.000 ກີບ ຊຶ່ງກວມເອົາ 63% ຂອງງົບປະມານທັງໝົດ ແລະມີພໍ່ແມ່ປະຊາຊົນເຂົ້າເປັນສະມາຊິກກອງທຶນຈຳນວນ 1.022 ສະມາຊິກ; ສິນເຊື່ອເງິນກູ້ສ່ວນໃຫຍ່ໄດ້ເນັ້ນໃສ່ກິດຈະກໍາການສ້າງລາຍຮັບໃຫ້ແກ່ຄອບຄົວດ້ວຍກິດຈະກຳປູກຝັງ, ລ້ຽງສັດນ້ອຍ, ປະມົງ, ຫັດຖະກໍາ, ການບໍລິການຄ້າຂາຍຍ່ອຍ ແລະອື່ນໆ.

   ຕະຫຼອດໄລຍະການຈັດຕັ້ງປະຕິບັດກິດຈະກຳການປ່ອຍສິນເຊື່ອເງິນກູ້ໃຫ້ແກ່ປະຊົນຢູ່ໃນບັນດາບ້ານເປົ້າໝາຍ, ທາງພາກສ່ວນຄູ່ຮ່ວມງານຂັ້ນແຂວງ, ຂັ້ນເມືອງໄດ້ແກ່ສະຫະພັນແມ່ຍິງແຂວງ, ຄະນະນຳຂັ້ນເມືອງ, ສະຫະພັນແມ່ຍິງເມືອງ, ຫ້ອງການແຜນການເມືອງ, ຄະນະກຳມະການພັດທະນາບ້ານໄດ້ໃຫ້ການຮ່ວມມື ແລະ ປະສານກັນເປັນຢ່າງດີກັບທີມງານວິຊາການຂອງສະມາຄົມການເງິນຈຸລະພາກປະຈຳແຂວງເຮັດໃຫ້ວຽກງານດັ່ງກ່າວມີຜົນສໍາເລັດເປັນຢ່າງດີ.